ໂລກລະບາດໂຄວິດ-19 ໄດ້ຮັບການຄວບຄຸມເປັນຢ່າງດີ, ຫວຽດນາມ ພິຈາລະນາເປີດສາຍການບິນດ້ານການຄ້າສາກົນຄືນໃໝ່

Chia sẻ
(VOVWORLD) -  ຕອນເຊົ້າວັນທີ 11 ກັນຍາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ພ້ອມກັບບາງກະຊວງ, ຂະແໜງການ, ທ້ອງຖິ່ນຕາມຮູບການທາງອອນລາຍ.
ໂລກລະບາດໂຄວິດ-19 ໄດ້ຮັບການຄວບຄຸມເປັນຢ່າງດີ, ຫວຽດນາມ ພິຈາລະນາເປີດສາຍການບິນດ້ານການຄ້າສາກົນຄືນໃໝ່ - ảnh 1 ທີ່ກອງປະຊຸມ (ພາບ: VGP)

        ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕີລາຄາວ່າ 10 ມື້ຜ່ານມາຢູ່ ຫວຽດນາມ ບໍ່ກວດພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ໃນຊຸມຊົມ. ຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິໄດ້ເພີ່ມຂຶ້ນໃນແຕ່ລະມື້ ເຊິ່ງສະແດງໃຫ້ເຫັນວ່າ ໂລກລະບາດໄດ້ຮັບການຄວບຄຸມເປັນຢ່າງດີໃນທົ່ວປະເທດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກໍ່ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ສຳນັກງານ ສືບຕໍ່ປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນຢ່າງຄົບຖ້ວນໃນສະພາບການໃໝ່ຕາມການແນະນຳຂອງກະຊວງສາທາລະນະສຸກ.

        ທ່ານນາຍົກລັດຖະມົນຕີກໍ່ຮຽກຮ້ອງໃຫ້ກະຊວງຄົມມະນາຄົມຂົນສົ່ງ ຫວຽດນາມ ຊີ້ນຳບັນດາບໍລິສັດການບິນ ພິຈາລະນາເປີດສາຍການບິນດ້ານການຄ້າຄືນໃໝ່ກັບບາງປະເທດ ແລະ ພາກພື້ນ, ເປີດບັນດາສາຍການບິນໂດຍສະເພາະສຳລັບຜູ້ໄປຜ່ານແດນ ຍີ່ປຸ່ນ, ສ.ເກົາຫຼີ, ໄຕ້ຫວັນ (ຈີນ), ລາວ, ກຳປູເຈຍ ກັບມາ ຫວຽດນາມ.

ຕອບກັບ