ໂລກລະບາດໂຄວິດ-19 ເຮັດໃຫ້ 3 ລ້ານຄົນເສຍຊີວິດ

Chia sẻ
(VOVWORLD) - ໄລ່ຮອດເວລາ 1 ໂມງວັນທີ 24 ເມສາ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້ເສຍຊີວິດຍ້ອນໂລກລະບາດໂຄວິດ-19 ກ່ວາ 3.098.837 ຄົນ, ໃນຍອດຈຳນວນຜູ້ຕິດເຊື້ອກ່ວາ 146.218.806 ຄົນ.
ໂລກລະບາດໂຄວິດ-19 ເຮັດໃຫ້ 3 ລ້ານຄົນເສຍຊີວິດ - ảnh 1ພາບປະກອບ/TTXVN

ອາເມລິກາ ຍັງສືບຕໍ່ແມ່ນປະເທດທີ່ມີຈຳນວນຜູ້ຕິດເຊື້ອ ແລະ ເສຍຊີວິດສູງສຸດໂລກ ແມ່ນເກືອບ 33 ລ້ານຄົນຕິດເຊື້ອ ແລະ ກ່ວາ 585.000 ຄົນເສຍຊີວິດ. ຢືນອັນດັບທີ 2 ແມ່ນປະເທດ ອິນເດຍ ດ້ວຍຈຳນວນຜູ້ຕິດເຊື້ອໂຄວິດ-19 ກ່ວາ 16,6 ລ້ານຄົນ, ໃນຂະນະນັ້ນ ປະເທດ ບຣາຊິນ ຢືນອັນດັບທີ 2 ກ່ຽວກັບຈຳນວນຜູ້ເສຍຊີວິດ ປະຈຸບັນແມ່ນກ່ວາ 386.600 ຄົນເສຍຊີວິດ ໃນຍອດຈຳນວນຜູ້ຕິດເຊື້ອກ່ວາ 14,2 ລ້ານຄົນ.

ໃນຈຳນວນ 10 ປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ-19, 7 ປະເທດທີ່ຍັງເຫຼືອນັ້ນ ລ້ວນແຕ່ຢູ່ ເອີຣົບ, ລວມມີ: ຝຣັ່ງ, ລັດເຊຍ, ຕວັກກີ, ອັງກິດ, ອີຕາລີ, ແອັດສະປາຍ ແລະ ເຢຍລະມັນ.

ຕອບກັບ