ໂຄງການກະທຳຂອງລັດຖະບານຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ

Chia sẻ
(VOVWORLD) - ມະຕິກໍ່ຮຽກຮ້ອງໜູນຊ່ວຍການຫັນອາຊີບຫາປາເປັນທັນສະໄໝ, ສ້າງເງື່ອນໄຂໃຫ້ຊາວປະມົງອອກສູ່ທະເລ, ຕິດພັນກັບທະເລ, ຄຸ້ມຄອງອາຊີບການປະມົງ
ໂຄງການກະທຳຂອງລັດຖະບານຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ - ảnh 1 ມະຕິກໍ່ຮຽກຮ້ອງໜູນຊ່ວຍການຫັນອາຊີບຫາປາເປັນທັນສະໄໝ
(ພາບປະກອບ: qdnd.vn)

        ວັນທີ 22 ເມສາ, ລັດຖະບານ ຫວຽດນາມ ໄດ້ປະກາດໃຊ້ມະຕິກ່ຽວກັບໂຄງການກະທຳ ແລະ ແຜນການຂອງລັດຖະບານ ຜັນຂະຫຍາຍຄຳສັ່ງຂອງຄະນະເລຂາທິການກ່ຽວກັບການເພີ່ມທະວີການຊີ້ນຳຂອງພັກ ສຳລັບວຽກງານຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ (IUU), ຕ້ານການຫາປາຢ່າງຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ ແລະ ການພັດທະນາຂະແໜງສິນໃນນ້ຳແບບຍືນຍົງ. ໂຄງການໄດ້ຍົກອອກໜ້າທີ່, ມາດຕະການແກ້ໄຂຮອດເດືອນ ພຶດສະພາ 2024, ຄື: ປະຕິບັດບັນດາຂໍ້ກຳນົດຂອງກົດໝາຍ ຫວຽດນາມ ແລະ ສາກົນກ່ຽວກັບການຢັ້ງຢືນ ແລະ ຊອກຫາຕົ້ນກຳເນີດສິນໃນນ້ຳທີ່ຂຸດຄົ້ນຢ່າງເຂັ້ມງວດ; ເດັດດ່ຽວສະກັດກັ້ນ, ຢຸດຕິສະພາບກຳປັ່ນຫາປາ, ຊາວປະມົງຂຸດຄົ້ນຢ່າງຜິດກົດໝາຍຢູ່ເຂດທະເລຕ່າງປະເທດ.

        ມະຕິກໍ່ຮຽກຮ້ອງໜູນຊ່ວຍການຫັນອາຊີບຫາປາເປັນທັນສະໄໝ, ສ້າງເງື່ອນໄຂໃຫ້ຊາວປະມົງອອກສູ່ທະເລ, ຕິດພັນກັບທະເລ, ຄຸ້ມຄອງອາຊີບການປະມົງໃຫ້ສອດຄ່ອງກັບຂໍ້ກຳນົດຂອງກົດໝາຍວ່າດ້ວຍແຮງງານຢູ່ພາຍໃນປະເທດ ແລະ ສາກົນ.

ຕອບກັບ