​ແຟງ​ລັງ​ຢັ້ງ​ຢືນ​ຈັດ​ວາງຖານ​ທີ່​ໝັ້ນ​ການ​ທະ​ຫານ NATO ຢູ່​ຊາຍ​ແດນ​ທາງ​ທິດ​ຕາ​ເວັນ​ອອກ

Chia sẻ
(VOVWORLD) - ທ່ານ Antti Hakkanen ລັດຖະມົນຕີກະຊວງປ້ອງກັນປະເທດ ແຟງລັງ ໄດ້ຖະແຫຼງວ່າ Helsinki ຈະຈັດວາງຖານທີ່ໝັ້ນທີ່ສຳຄັນຂອງອົງການສົນທິສັນຍາ ອັດລັງຕິກເໜືອ (NATO) ຢູ່ເຂດຫ່າງຈາກຊາຍແດນລັດເຊຍ ປະມານ 200 ກີໂລແມັດ. 
​ແຟງ​ລັງ​ຢັ້ງ​ຢືນ​ຈັດ​ວາງຖານ​ທີ່​ໝັ້ນ​ການ​ທະ​ຫານ NATO ຢູ່​ຊາຍ​ແດນ​ທາງ​ທິດ​ຕາ​ເວັນ​ອອກ - ảnh 1ດ່ານຊາຍແດນ Vaalimaa ລະຫວ່າງ ແຟນລັງ ແລະ ລັດເຊຍ (ພາບ:  AFP/TTXVN)

ວັນທີ 27 ກັນຍາ, ທ່ານ Antti Hakkanen ລັດຖະມົນຕີກະຊວງປ້ອງກັນປະເທດ ແຟງລັງ ໄດ້ຖະແຫຼງວ່າ Helsinki ຈະຈັດວາງຖານທີ່ໝັ້ນທີ່ສຳຄັນຂອງອົງການສົນທິສັນຍາ ອັດລັງຕິກເໜືອ (NATO) ຢູ່ເຂດຫ່າງຈາກຊາຍແດນລັດເຊຍ ປະມານ 200 ກີໂລແມັດ. ໂດຍຕອບຄຳຖາມຕໍ່ວົງການນັກຂ່າວ, ທ່ານ Antti Hakkanen ໃຫ້ຮູ້ວ່າ ສຳນັກງານໃໝ່ຂອງ NATO ທີ່ສະຫງວນໃຫ້ກົມກອງບັນຊາການທາງບົກ ເອີລົບເໜືອ ຈະໄດ້ຕັ້ງຢູ່ Mikkeli, ໜຶ່ງໃນບັນດານະຄອນໃກ້ກັບເສັ້ນຊາຍແດນຍາວ 1.340 ກີໂລແມັດ ຂອງແຟງລັງ ແລະ ລັດເຊຍ. ສຳນັກງານໃໝ່ນີ້ຈະຈັດວາງພະນັກງານນັບສິບຄົນ ທີ່ມາຈາກ ບັນດາປະເທດ ສະມາຊິກ NATO.

ຕອບກັບ