ເພີ່ມ​ທະ​ວີ​ນ້ຳ​ໃຈ​ມິດ​ຕະ​ພາບ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ຫວຽດ​ນາມ - ກຸຍ​ບາ​ໃຫ້​ຍືນ​ຍົງ​ຄົງ​ຕົວ​ຊົ່ວ​ກາ​ລະ​ນານ

Chia sẻ
(VOVWORLD) - ທ່ານເລຂາທິການໃຫຍ່, ປະທານປະເທດ ພ້ອມກັບພັນລະຍາ ແລະ ຄະນະຜູ້ແທນຫວຽດນາມ ໄດ້ໄປວາງພວງມາລາ ຢູ່ອະນຸສາວາລີປະທານໂຮ່ຈີມິນ ຢູ່ສວນສາທາລະນະສັນຕິພາບ, ນະຄອນຫຼວງ La Habana.
ເພີ່ມ​ທະ​ວີ​ນ້ຳ​ໃຈ​ມິດ​ຕະ​ພາບ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ຫວຽດ​ນາມ - ກຸຍ​ບາ​ໃຫ້​ຍືນ​ຍົງ​ຄົງ​ຕົວ​ຊົ່ວ​ກາ​ລະ​ນານ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກ່າວຄຳເຫັນທີ່ການພົບປະ (ພາບ: TTXVN)

ວັນທີ 27 ກັນຍາ, ຢູ່ນະຄອນຫຼວງ La Habana ຂອງກຸຍບາ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພ້ອມກັບທ່ານເລຂາທີໜຶ່ງ, ປະທານປະເທດ ກຸຍບາ Miguel Diaz Canel Bermudez ໄດ້ມີການພົບປະກັບບັນດາຜູ້ແທນມິດຕະພາບປະຊາຊົນ ແລະ ຊາວໜຸ່ມກຸຍບາ.

ກ່າວຄຳເຫັນທີ່ການພົບປະ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເນັ້ນໜັກວ່າ ໃນປະຫວັດສາດໂລກ, ຍາກທີ່ຈະຫາໄດ້ການພົວພັນໃດພິເສດຄືການພົວພັນລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນ ສອງປະເທດ ຫວຽດນາມ - ກຸຍບາ ໂດຍບັນດາການນຳປະຕິວັດລຸ້ນກ່ອນຄື ທ່ານ Jose Marti, ທ່ານ Fidel Castro, ປະທານໂຮ່ຈີມິນ ແລະ ການນຳລຸ້ນຕ່າງໆຂອງຫວຽດນາມ ແລະ ກຸຍບາໄດ້ເພີ່ມພູນຄູນສ້າງໃນຫຼາຍທົດສະວັດຜ່ານມາ. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເນັ້ນໜັກວ່າ:

ຂ້າພະເຈົ້າສະເໜີສອງຝ່າຍເພີ່ມທະວີບັນດາການເຄື່ອນໄຫວພົບປະແລກປ່ຽນລະຫວ່າງບັນດາອົງການການເມືອງ ສັງຄົມປະຊາຊົນ ແລະ ບັນດາທ້ອງຖິ່ນຂອງສອງປະເທດ, ເພີ່ມທະວີນ້ຳໃຈ, ຄວາມສະໜິດຕິດພັນ ແລະ ຄວາມເຂົ້າໃຈເຊິ່ງກັນແລະກັນ. ການນຳສອງປະເທດໄດ້ເຫັນດີເປັນເອກະພາບຖືປີ 2025 - ເປັນປີສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ - ປີມິດຕະພາບ ຫວຽດນາມ - ກຸຍບາ. ຂ້າພະເຈົ້າປາດຖະໜາໄວໜຸ່ມສອງປະເທດຈະສືບຕໍ່ເຄົາລົບ, ສືບທອດຮັກສາ ແລະ ສ້າງໜ້າປະຫວັດສາດໃໝ່ ເຮັດໃຫ້ການພົວພັນສາມັກຄີທີ່ເປັນມູນເຊື້ອ, ນ້ຳໃຈມິດຕະພາບແບບພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ ກຸຍບາ ນັບມື້ນັບເລິກເຊິ່ງສະໜິດຕິດພັນ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ ຂອງແຕ່ລະປະເທດ.

ແລະກໍ່ໃນຕອນເຊົ້າວັນທີ 27 ກັນຍາ, ທ່ານເລຂາທິການໃຫຍ່, ປະທານປະເທດ ພ້ອມກັບພັນລະຍາ ແລະ ຄະນະຜູ້ແທນຫວຽດນາມ ໄດ້ໄປວາງພວງມາລາ ຢູ່ອະນຸສາວາລີປະທານໂຮ່ຈີມິນ ຢູ່ສວນສາທາລະນະສັນຕິພາບ, ນະຄອນຫຼວງ La Habana.

ຕອບກັບ