ມີ​ຜູ້​ເສຍ​ຊີ​ວິດ​ເກືອບ 700 ຄົນ ໃນ​ບັ້ນ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ຂອງ​ອິດ​ສ​ະ​ລາ​ແອັນ​ເລັ່ງ​ໃສ່​ລີ​ບັງ

Chia sẻ
(VOVWORLD) - ບັ້ນບຸກໂຈມຕີທາງອາກາດໃນຊຸມວັນຜ່ານມາຂອງ ອິດສະລາແອັນ ເລັ່ງໃສ່ ລີບັງເຮັດໃຫ້ມີຜູ້ເສຍຊີວິດປະມານ 700 ຄົນ, ຜູ້ຖືກບາດເຈັບກ່ວາ 2000 ຄົນ.
ມີ​ຜູ້​ເສຍ​ຊີ​ວິດ​ເກືອບ 700 ຄົນ ໃນ​ບັ້ນ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ຂອງ​ອິດ​ສ​ະ​ລາ​ແອັນ​ເລັ່ງ​ໃສ່​ລີ​ບັງ - ảnh 1ພາບປະກອບ: Reuters

ຕອນເຊົ້າວັນທີ 28 ກັນຍາ, ກອງທັບອາກາດ ອິດສະລາແອັນ ສືບຕໍ່ປະຕິບັດການບຸກໂຈມຕີຢ່າງຮ້າຍແຮງ ເລັ່ງໃສ່ເຂດຊານເມືອງທາງທິດໃຕ້ນະຄອນຫຼວງ Beirut ຂອງລີບັງ. ບັ້ນບຸກໂຈມຕີທາງອາກາດໃນຊຸມວັນຜ່ານມາຂອງ ອິດສະລາແອັນ ເລັ່ງໃສ່ ລີບັງເຮັດໃຫ້ມີຜູ້ເສຍຊີວິດປະມານ 700 ຄົນ, ຜູ້ຖືກບາດເຈັບກ່ວາ 2000 ຄົນ. ນີ້ແມ່ນຈຳນວນຜູ້ເສຍຊີວິດ ແລະ ຮັບບາດເຈັບຍ້ອນການປະທະກັນທີ່ຮ້າຍແຮງທີ່ສຸດ ໃນຫຼາຍທົດສະວັດຜ່ານມາຢູ່ ລີບັງ. ເຖິງຢ່າງໃດກໍຕາມ, ສປຊ ໄດ້ກ່າວເຕືອນວ່າ ນີ້ອາດຈະແມ່ນການເລີ່ມຕົ້ນຂອງວິນາດສະກຳ.

ອົງການຈັດຕັ້ງສາກົນເພື່ອການເຄື່ອນຍ້າຍຖິ່ນຖານ(IOM) ຄາດຄະເນວ່າ ບັນດາບັ້ນບຸກໂຈມຕີທາງອາກາດຂອງອິດສະລາແອັນ ເລັ່ງໃສ່ລີບັງ ໃນຊຸມວັນຜ່ານມາເຮັດໃຫ້ມີປະຊາຊົນກວ່າ 200.000 ຄົນຕ້ອງປະລະເຮືອນຊານໄປລີ້ໄພ. ໃນຂະນະນັ້ນ, ມີປະຊາຊົນກ່ວາ 30.000 ຄົນໄດ້ຜ່ານຊາຍແດນ ລີບັງ ເຂົ້າ ຊີຣີ ໃນ 3 ວັນຜ່ານມາ. ທ່ານ Imran Riza ຜູ້ປະສານງານດ້ານມະນຸດສະທຳຂອງສປຊ ຢູ່ ລີບັງ ໄດ້ຢັ້ງຢືນວ່າ ບັນດາເຫດບຸກໂຈມຕີທາງອາກາດຂອງ ອິດສະລາແອັນ ເລັ່ງໃສ່ລີບັງ ແມ່ນວິນາດສະກຳ, ກ່າວເຕືອນວ່າ ປະເທດລີບັງ ພວມຜ່ານຜ່າໄລຍະຮ້າຍແຮງທີ່ສຸດໃນຫຼາຍປີຜ່ານມາ.

ຕອບກັບ