ແຜ່ຂະຫຍາຍວັດທະນະທຳ ຫວຽດນາມ ຢູ່ເຂດຕາເວັນອອກໄກຂອງລັດເຊຍ

Chia sẻ
(VOVWORLD) - ເຂົ້າຮ່ວມລາຍການ, ບັນດາຜູ້ມາຊົມໄດ້ເຊື່ອມຕົວເຂົ້າກັບວັດທະນະທຳພື້ນເມືອງ ຫວຽດນາມ, ຮັບຊົມບັນດາຊຸດອາພອນປະຈຳເຜົ່າ, ເຂົ້າຮ່ວມຫຼິ້ນເກມພື້ນເມືອງ ຫວຽດນາມ
ແຜ່ຂະຫຍາຍວັດທະນະທຳ ຫວຽດນາມ ຢູ່ເຂດຕາເວັນອອກໄກຂອງລັດເຊຍ - ảnh 1ບັນດາຜູ້ແທນເຂົ້າຮ່ວມເຫດການ
(ພາບ:TTXVN)

ບັນດານັກສຶກສາລັດເຊຍ ແລະ ນັກສຶກສາຫຼາຍປະເທດອື່ນໆ, ພວມຮ່ຳຮຽນຢູ່ມະຫາວິທະຍາໄລສັງລວມ ສະຫະພັນຕາເວັນອອກໄກ, ມີໂອກາດໄດ້ເຊື່ອມຕົວເຂົ້າກັບບັນຍາກາດວັດທະນະທຳມູນເຊື້ອຂອງ ຫວຽດນາມ ໃນງານບຸນວັດທະນະທຳ ຫວຽດນາມ, ຈັດຂຶ້ນໃນວັນທີ 27 ເມສາຜ່ານມາ.

        ເຂົ້າຮ່ວມລາຍການ, ບັນດາຜູ້ມາຊົມໄດ້ເຊື່ອມຕົວເຂົ້າກັບວັດທະນະທຳພື້ນເມືອງ ຫວຽດນາມ, ຮັບຊົມບັນດາຊຸດອາພອນປະຈຳເຜົ່າ, ເຂົ້າຮ່ວມຫຼິ້ນເກມພື້ນເມືອງ ຫວຽດນາມ, ຊອກຮູ້ສິລະປະແຕ້ມຕົວໜັງສື ແລະ ຫຼາຍການເຄື່ອນໄຫວດູດດື່ມອື່ນໆອີກ. ເຫດການມີການປະກອບສ່ວນເຊີດຊູ, ໂຄສະນາບັນດາມໍລະດົກ ແລະ ມູນເຊື້ອຂອງ ຫວຽດນາມ ຍັບມໍ່ເຂົ້າກັບລັດເຊຍຫຼາຍກ່ວາ, ເຖິງບັນດານັກສຶກສາລັດເຊຍ ແລະ ນັກສຶກສາປະເທດອື່ນໆພວມຮ່ຳຮຽນຢູ່ມະຫາວິທະຍາໄລດັ່ງກ່າວ.

ຕອບກັບ