ແບນຊິກພ້ອມແລ້ວຈະແທນອັງກິດຮັບດຳລົງຕຳແໜ່ງປະທານໝູນວຽນEU

Chia sẻ
(vovworld) -ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ແບນ​ຊິກ Didier Reyders ໃຫ້​ຮູ້​ວ່າ, ໃນ​ກໍ​ລະ​ນີ​ທີ​່ຈຳ​ເປັນ, ແບນ​ຊິກ ພ້ອມ​ແລ້ວ​ຈະ​ແທນ​ອັງ​ກິດ ​ຮັບ​ດຳ​ລົງ​​ຕຳ​ແໜ່ງ​ປະ​ທານ​​ໝູນ​ວຽນ ສະ​ຫະ​ພາບ​ເອີ​ລົບ ໃນ​ເຄິ່ງ​ທ້າຍ​ປີ 2017
ແບນຊິກພ້ອມແລ້ວຈະແທນອັງກິດຮັບດຳລົງຕຳແໜ່ງປະທານໝູນວຽນEU - ảnh 1
ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ແບນ​ຊິກ Didier Reyders
(ພາບ​: AFP/TTXVN)

(vovworld) - ວັນ​ທີ 16/07, ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ແບນ​ຊິກ Didier Reyders ໃຫ້​ຮູ້​ວ່າ, ໃນ​ກໍ​ລະ​ນີ​ທີ​່ຈຳ​ເປັນ, ແບນ​ຊິກ ພ້ອມ​ແລ້ວ​ຈະ​ແທນ​ອັງ​ກິດ ​ຮັບ​ດຳ​ລົງ​​ຕຳ​ແໜ່ງ​ປະ​ທານ​​ໝູນ​ວຽນ ສະ​ຫະ​ພາບ​ເອີ​ລົບ ໃນ​ເຄິ່ງ​ທ້າຍ​ປີ 2017, ໃນ​ສະ​ພາບ​ທີ່​ອັງ​ກິ​ດ ກະ​ກຽມ​​ເຈ​ລະ​ຈາກ່ຽວ​ກັບ​ເລື່ອງ​ອອກ​ຈາກສະ​ຫະ​ພາບ​ເອີ​ລົບ (EU) ຫຼື ເອີ້ນ​ວ່າ Brexit. ຂໍ້​ສະ​ເໜີ​ດັ່ງ​ກ່າວ​ເຊິ່ງ​ແບນ​ຊິກ ຍົກ​ອອກ​ມາ​ທີ່ກອງ​ປະ​ຊຸ​ມ NATO ​ດຳ​ເນີນ​ຢູ່​ໂ​ປ​ໂລຍ ໃນ​ວັນ​ທີ 08 – 09/07 ຜ່ານ​ມາ ພາຍ​ຫຼັງ Estonia, ເຊິ່ງ​ແມ່ນ​ປະ​ເທດ​ຈະ​ຮັບ​ດຳ​ລົງ​ຕຳ​ແໜ່ງ​ປະ​ທານ​​ໝູນ​ວຽນ EU ໃນ​ເຄິ່ງຕົ້ນ​ປ​ີ 2018 ​ໄດ້ຖາມ​ວ່າ ແບນ​ຊິກ ຈະ​ພ້ອມ​ແລ້ວ​ແທນ​ໃຫ້​ອັງ​ກິດ ດຳ​ລົງ​ຕຳ​ແໜ່ງນີ້​ຫຼືບໍ່. ພາຍ​ຫຼັງ​​ທາບ​ທາມ​ຄຳ​ເຫັນ​ຈາກລັດ​ຖະ​ບານ​ແບນ​ຊິກ, ກະ​ຊວງ​ການ​ຕ່າງ​ປະ​ເທດ​​ແບນ​ຊິກ ​ໄດ້​ຍົກ​ອອກ​ຂໍ້​ສະ​ເໜີ​ດັ່ງ​ກ່າວ​ກັບ​ບັນ​ດາ​ເພື່ອນ​ຮ່ວມ​ຕຳ​ແໜ່ງ​ເອີ​ລົບ ແລະ ການ​ນຳ EU ຢູ່ນອກກອງ​ປະ​ຊຸມ​ສຸດຍອດ ອາ​ຊີ - ເອີ​ລົບ (ASEM) ຖືກ​ດຳ​ເນີນ​ຢູ່​ປະ​ເທດ​ມົງ​ໂກນ.