ແນວໂຮມປະເທດຊາດຫວຽດນາມ ເພີ່ມທະວີການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ

Chia sẻ
(VOVWORLD) -  ຕອນເຊົ້າວັນທີ 28 ພຶດສະພາ, ຢູ່ຮ່າໂນ້ຍ, ຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສໍາມະນາດ້ວຍຫົວຂໍ້ວ່າ “ມາດຕະການເພີ່ມທະວີວຽກງານການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ຂອງແນວໂຮມປະເທດຊາດຫວຽດນາມ”.
ແນວໂຮມປະເທດຊາດຫວຽດນາມ ເພີ່ມທະວີການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ - ảnh 1 ກອງປະຊຸມສໍາມະນາດ້ວຍຫົວຂໍ້ວ່າ “ມາດຕະການເພີ່ມທະວີວຽກງານການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ຂອງແນວໂຮມປະເທດຊາດຫວຽດນາມ”

        ທີ່ກອງປະຊຸມສໍາມະນາ, ບັນດາຜູ້ແທນຖືວ່າ ການປ້ອງກັນ, ຕ້ານການສໍ້ລາດບັງຫຼວງຂອງແນວໂຮມປະເທດຊາດຫວຽດນາມ ໂດຍ ຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ຂັ້ນຕ່າງໆປະຕິບັດ ຢ່າງເປັນລະບົບ ຈາກຂັ້ນສູນກາງ ຕະຫຼອດຮອດຂັ້ນຮາກຖານ. ໜຶ່ງໃນບັນດາມາດຕະການ ເຊິ່ງຜູ້ແທນຫຼາຍທ່ານໄດ້ເຕື້ອງເຖິງແມ່ນ ຍູ້ແຮງບັນດາການເຄື່ອນໄຫວໂຄສະນາ, ເຜີຍແຜ່ ເພື່ອແນໃສ່ຍົກສູງຄວາມຮັບຮູ້, ຄວາມຮັບຜິດຊອບ ແລະ ສະຕິປະຕິບັດກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການສໍ້ລາດບັງຫຼວງຂອງພະນັກງານ, ລັດຖະກອນ, ພາລະກອນ ແລະ ປະຊາຊົນ. ພ້ອມກັນນັ້ນ, ແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການຈັດຕັ້ງສະມາຊິກຂອງແນວໂຮມປະເທດຊາດ ໄດ້ຂົນຂວາຍ, ປຸກລະດົມ ປະຊາຊົນ, ສື່ມວນຊົນ ຕັ້ງໜ້າເຂົ້າຮ່ວມກິດຈະການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ.


ຕອບກັບ