ແຂວງບີງເຢືອງສ້າງເງື່ອນໄຂໃຫ້ແກ່ບັນດາວິສາຫະກິດດຳເນີນທຸລະກິດເປັນປົກກະຕິ

Chia sẻ
(vovworld)- ວັນ​ທີ 16/5, ຄະນະ​ປະຕິບັດ​ງານ​ຂອງ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ບີ​ງ​ເຢືອງ ​ໄດ້​ລົງ​ກວດກາ, ​ໂອ້​ລົມ​ສົນທະ​ນາ​ກັບ​ເຈົ້າ​ຂອງ​ວິ​ສາ​ຫະກິດ ​ໄຕ້​ຫວັນ ກ່ຽວ​ກັບ​ສະພາບ​ການ​ຄວາມ​ເສຍ​ຫາຍ​ຂອງ​ບັນດາ​ວິ​ສາ​ຫະກິດ

ແຂວງບີງເຢືອງສ້າງເງື່ອນໄຂໃຫ້ແກ່ບັນດາວິສາຫະກິດດຳເນີນທຸລະກິດເປັນປົກກະຕິ - ảnh 1
ທ່ານ ​ເຈີ​ນດ້າຍ​ກວາງລັດຖະມົນຕີ​ກະຊວງ​ຕຳຫລວດ​



(vovworld)- ວັນ​ທີ 16/5, ຄະນະ​ປະຕິບັດ​ງານ​ຂອງ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ບີ​ງ​ເຢືອງ ​ໄດ້​ລົງ​ກວດກາ, ​ໂອ້​ລົມ​ສົນທະ​ນາ​ກັບ​ເຈົ້າ​ຂອງ​ວິ​ສາ​ຫະກິດ ​ໄຕ້​ຫວັນ ກ່ຽວ​ກັບ​ສະພາບ​ການ​ຄວາມ​ເສຍ​ຫາຍ​ຂອງ​ບັນດາ​ວິ​ສາ​ຫະກິດ ​ໂດຍ​ບຸ​ກຄົນ​ຈຳນວນ​ຫນຶ່ງ​ກໍ່​ຂຶ້ນ​ໃນ​ການ​ແຫ່​ຂະ​ບວນຄັດຄ​້ານຈີນ​ຂອງ​ກຳມະກອນ ບີ​ງ​ເຢືອງ ​ໃນ​ຊຸມ​ມື້​ຜ່ານ​ມາ. ທ່ານ ​ເລ​ແທງ​ກູ​ງ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ບີ​ງ​ເຢືອງ ຢືນຢັນ​ວ່າ: ການ​ກະທຳ​ກໍ່​ຄວາ​ມວຸ້ນວາຍ​ໄດ້​ກໍ່​ຄວາມ​ເສຍ​ຫາຍ​ຕໍ່​ວິ​ສາ​ຫະກິດ​ແມ່ນ​ເຫດ​ທີ່​ເປັນ​ຫນ້າ​ເສຍດາຍ. ​ແຂວງ ບີ​ງ​ເຢືອງ ຈະ​ສ້າງ​ຕັ້ງ​ຫນ່ວຍ​ສະ​ເພາະ​ກິດ ​ເພື່ອ​ປະ​ເມີນຄວາມ​ເສຍ​ຫາຍ. ບົນ​ພື້ນຖານ​ນັ້ນ ຈະ​ລາຍ​ງານ​ຕໍ່​ນາຍົກລັດຖະມົນຕີ ​ເພື່ອ​ແກ້​ໄຂ​ກໍລະນີ​ດັ່ງກ່າວ​ໃຫ້​ເໝາະ​ສົມ ​ແລະ ຖືກຕ້ອງ​ກັບ​ກົດໝາຍ.

​ໃນ​ວັນ​ດຽວ​ກັນ, ​ເມື່ອ​ເຮັດ​ວຽກ​ກັບ​ການ​ນຳ​ແຂ​ວງ ບີ​ງ​ເຢືອງ, ທ່ານ ​ເຈີ​ນດ້າຍ​ກວາງ, ລັດຖະມົນຕີ​ກະຊວງ​ຕຳຫລວດ​ຫວຽດນາມ ​ໄດ້​ແບ່ງ​ເບົາ​ຄວາມ​ເສ​ຍຫາຍ​ຂອງ​ບັນດາ​ວິ​ສາ​ຫະກິດ, ຂອງ​ແຂວງ ກ່ຽວ​ກັບ​ເສດຖະກິດ​ສັງຄົມ, ສະພາບ​ແວດ​ລ້ອມ​​ແຫ່ງ​ການ​ລົງທຶນ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ​ໂດຍ​ບຸກຄົນ​ຈຳນວນ​ຫນຶ່ງ​ກໍ່​ຂຶ້ນ. ທ່ານ​ລັດຖະມົນຕີ ​ເຈີ​ນດ້າຍ​ກວາງ ​ໄດ້​ຊີ້​ນຳ​ບັນດາ​ອົງການ​ກ່ຽວຂ້ອງ​ຢູ່ແຂວງ ບີ​ງ​ເຢືອງ ປະຕິບັດ​ການ​ຈັບ​ຕົວ​ບຸກຄົນ​ກໍ່​ຄວາມ​ວຸ້ນວາຍ​ ​ແລະ ມີ​ການ​ສະຫລຸບ​ການ​ສືບສວນ​ສອບ​ສວນໂດຍ​ໄວ.



ຕອບກັບ