ແຂວງ ຈ່າວີງ ວາງຄາດໝາຍ ແຕ່ລະປີໃຫ້ມີແຕ່ 40 – 50 ຜະລິດຕະພັນ OCOP

Chia sẻ
(VOVWORLD) - ປະຈຸບັນ, ແຂວງ ຈ່າວີງ ມີຫຼາຍນະໂຍບາຍໜູນຊ່ວຍບັນດາຮາກຖານເຂົ້າຮ່ວມໂຄງການ OCOP ຄື: ໜູນຊ່ວຍ 100% ລາຍຈ່າຍດ້ານອອກແບບເຄື່ອງຫຸ້ມຫໍ່, ສະແຕມຜະລິດຕະພັນ ແລະ ສ້າງເລື່ອງລາວຂອງຜະລິດຕະພັນ...
ແຂວງ ຈ່າວີງ ວາງຄາດໝາຍ ແຕ່ລະປີໃຫ້ມີແຕ່ 40 – 50 ຜະລິດຕະພັນ OCOP - ảnh 1ຮ້ານວາງສະແດງ ບັນດາຜະລິດຕະພັນ OCOP ແຂວງ ຈ່າວີງ (ພາບ: Thanh Hòa- TTXVN)

ແຕ່ນີ້ຮອດປີ 2025, ແຂວງ ຈ່າວີງ ໄດ້ວາງຄາດໝາຍແຕ່ລະປີໃຫ້ມີຜະລິດຕະພັນ OCOP ແຕ່ 40 – 50 ຢ່າງ ແລະ ກ່ວາ 70% ຜະລິດຕະພັນ OCOP (ໂຄງການແຫ່ງຊາດ 1 ຕາແສງ 1 ຜະລິດຕະພັນ) ໄດ້ເຂົ້າຮ່ວມການຄ້າເອເລັກໂຕນິກ.

        ປະຈຸບັນ, ແຂວງ ຈ່າວີງ ມີຫຼາຍນະໂຍບາຍໜູນຊ່ວຍບັນດາຮາກຖານເຂົ້າຮ່ວມໂຄງການ OCOP ຄື: ໜູນຊ່ວຍ 100% ລາຍຈ່າຍດ້ານອອກແບບເຄື່ອງຫຸ້ມຫໍ່, ສະແຕມຜະລິດຕະພັນ ແລະ ສ້າງເລື່ອງລາວຂອງຜະລິດຕະພັນ, ລະດັບການໜູນຊ່ວຍສູງສຸດແມ່ນ 10 ລ້ານດົ່ງ/ຜະລິດຕະພັນ; ໜູນຊ່ວຍ 50% ລາຍຈ່າຍຊື້ເຄື່ອງຈັກ ແລະ ອຸປະກອນ, ລະບົບການຜະລິດໃຫ້ແກ່ຮາກຖານຂະແໜງອາຊີບຊົນນະບົດທີ່ມີຜະລິດຕະພັນບັນລຸ OCOP, ສູງສຸດແມ່ນບໍ່ເກີນ 300 ລ້ານດົ່ງ/ຮາກຖານ. ທ່ານ ຫງວຽນກວິ່ງທ້ຽນ, ຮອງປະທານຄະນະກຳມະການປະຊາຊົນແຂວງ ຈ່າວີງ, ໃຫ້ຮູ້ວ່າ:

        “ຜະລິດຕະພັນ OCOP ແມ່ນໜຶ່ງໃນບັນດາຜະລິດຕະພັນຫຼັກແຫຼ່ງຂອງທ້ອງຖິ່ນ. ແຂວງ ກໍ່ໄດ້ສ້າງຕັ້ງຄະນະຊີ້ນຳເພື່ອປຸກລະດົມແຫຼ່ງກຳລັງ, ຫົວໜ່ວຍເຮັດແນວໃດເພື່ອຍົກສູງຄວາມຮັບຮູ້ວຽກງານການຄຸ້ມຄອງ, ບໍລິຫານພັດທະນາຜະລິດຕະພັນ OCOP. ດັ່ງນັ້ນ, ຜະລິດຕະພັນ OCOP ຂອງແຂວງ ຈຶ່ງບັນລຸໄດ້ບັນດາມາດຖານຕາມຂໍ້ກຳນົດ, ພິເສດແມ່ນຈະມຸ່ງໄປເຖິງການບັນລຸໃບຢັ້ງຢືນຂອງບາງປະເທດທີ່ແຂວງ ໄດ້ສົ່ງອອກ”

        ມາຮອດປະຈຸບັນ, ແຂວງ ຈ່າວີງ ມີຜະລິດຕະພັນ OCOP ຈຳນວນ 108 ຢ່າງແລ້ວ.

 

ຕອບກັບ