ແຂກ​ທ່ອງ​ທ່ຽວ​ເອີ​ຣົບ ນິ​ຍົມ​ທ່ອງ​ທ່ຽວ ຫວຽດ​ນາມ ຍາມ​ລະ​ດູ​ແລ້ງ 2024

Chia sẻ
(VOVWORLD) - ການຊອກຫາເພີ່ມຂຶ້ນ ກ່ຽວກັບການທ່ອງທ່ຽວ ຫວຽດນາມ ປີນີ້ ເມື່ອທຽບໃສ່ກັບປີ 2023 ສະແດງໃຫ້ເຫັນກຳລັງດຶງດູດນັບມື້ນັບສູງຂຶ້ນຂອງ ຫວຽດນາມ ຕໍ່ແຂກທ່ອງທ່ຽວເອີຣົບ. 
ແຂກ​ທ່ອງ​ທ່ຽວ​ເອີ​ຣົບ ນິ​ຍົມ​ທ່ອງ​ທ່ຽວ ຫວຽດ​ນາມ ຍາມ​ລະ​ດູ​ແລ້ງ 2024 - ảnh 1ພາບປະກອບ: VOV

ຫວຽດນາມ ຢືນຢູ່ອັນດັບທີ 3 ໃນບັນຊີລາຍຊື່ບັນດາສະຖານທູດ ທ່ອງທ່ຽວຢູ່ ອາຊີ ດຶງດູດແຂກທ່ອງທ່ຽວ ເອລົບ ຫຼາຍທີ່ສຸດ ອີງຕາມການຊອກຫາບ່ອນພັກເຊົາ. ນີ້ແມ່ນຂໍ້ມູນ ໂດຍໜ້າເວັບການທ່ອງທ່ຽວດີຈີຕອນ Agoda ປະກາດໃນວັນທີ 23 ພຶດສະພາ. ລະອຽດແມ່ນ, ຕາມຂໍ້ມູນຊອກຫາຈາກ Agoda ໃນເດືອນເມສາ, ມາເລເຊຍ ໄດ້ຮັບຮູ້ຈຳນວນການຊອກຫາເພີ່ມຂຶ້ນ 89%. ຍີ່ປຸ່ນ ຢືນຢູ່ອັນດັບທີ 2 ດ້ວຍການເຕີບໂຕ 71% ເມື່ອທຽບໃສ່ກັບປີກ່ອນ. ສະເພາະ ຫວຽດນາມ ຢືນຢູ່ອັນດັບທີ 3 ດ້ວຍການຮັບຮູ້ຈຳນວນການຊອກຫາເພີ່ມຂຶ້ນ 66% ຈາກແຂກທ່ອງທ່ຽວ ເອີຣົບ.

ຕາມການຢັ້ງຢືນຈາກຜູ້ຕາງໜ້າ Agoda ປະຈຳ ຫວຽດນາມແລ້ວ, ການຊອກຫາເພີ່ມຂຶ້ນ ກ່ຽວກັບການທ່ອງທ່ຽວ ຫວຽດນາມ ປີນີ້ ເມື່ອທຽບໃສ່ກັບປີ 2023 ສະແດງໃຫ້ເຫັນກຳລັງດຶງດູດນັບມື້ນັບສູງຂຶ້ນຂອງ ຫວຽດນາມ ຕໍ່ແຂກທ່ອງທ່ຽວເອີຣົບ. ພິເສດ, ນັບມື້ນັບ ມີແຂກທ່ອງທ່ຽວ ເອີີຣົບ ຫຼາຍຄົນເລືອກເອົາ ຫວຽດນາມ ເປັນສະຖານທີ່ທ່ອງທ່ຽວ ຍາມພັກແລ້ງ. ພິເສດແມ່ນ ບາງປະເທດຢູ່ເອີີຣົບ ທີ່ມີການຊອກຫາການທ່ອງທ່ຽວ ຫວຽດນາມ ຫຼາຍທີ່ສຸດໃນເດືອນເມສາ ອາດຈະເວົ້າເຖິງ ຝລັ່ງ, ເຢຍລະມັນ, ອັງກິດ, ໂຮນລັງ ແລະ ແອັດສະປາຍ.

ຕອບກັບ