ເອກະລາດ,ອະທິປະໄຕ,ເອກະພາບ,ຜືນແຜ່ນດິນອັນຄົບຖ້ວນແມ່ນບໍ່ອາດແຕະຕ້ອງໄດ້

Chia sẻ
ຕອນ​ເຊົ້າ​ວັນ​ທີ 7/4, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ​ນຊາງ ​ໄດ້​ລົງ​ຢ້ຽມຢາມ​ວິທະຍາຄານ​ປ້ອງ​ກັນຊາ​ດ ​ແລະ ​ໂອ້​ລົມ​ກັບ​ບັນດາ​ຜູ້​ເຂົ້າ​ຮ່ວມຊຸດ​​ເຝິກອົບຮົມດ້ານການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ​ຊຸດ​ທີ 57
ເອກະລາດ,ອະທິປະໄຕ,ເອກະພາບ,ຜືນແຜ່ນດິນອັນຄົບຖ້ວນແມ່ນບໍ່ອາດແຕະຕ້ອງໄດ້ - ảnh 1
ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ​ນຊາງ
(ພາບ: TTXVN)

(vovworld) - ຕອນ​ເຊົ້າ​ວັນ​ທີ 7/4, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ​ນຊາງ ​ໄດ້​ລົງ​ຢ້ຽມຢາມ​ວິທະຍາຄານ​ປ້ອງ​ກັນ   ຊາ​ດ ​ແລະ ​ໂອ້​ລົມ​ກັບ​ບັນດາ​ຜູ້​ເຂົ້າ​ຮ່ວມຊຸດ​​ເຝິກອົບຮົມດ້ານການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ​ຊຸດ​ທີ 57.​ ນີ້​ແມ່ນ​ຊຸດ​​ເຝິກອົບຮົມ​ໃຫ້​ສຳ​ມະ​ນາກ​ອນ, ​ແມ່ນ​ບັນດາ​ການ​ນຳ​ບັນດາ​ຄະນະ, ກະຊວງ, ຂະ​ແໜງ​ການ, ອົງການ, ຫົວໜ່ວຍ​ຢູ່​ສູນ​ກາງ, ການ​ນຳ​ບາງ​ແຂວງ, ນະຄອນ​ທີ່​ຂຶ້ນ​ກັບ​ສູນ​ກາງ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ​ນຊາງ ​ເນັ້ນ​ໜັກ​ວ່າ: ສຳລັບ ຫວຽກ​ນາມ,​​ ເອກະລາດ, ອະທິປະ​ໄຕ, ​ເອກະ​ພາບ, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ ​ເຂດ​ທະ​ເລ​ໝູ່​ເກາະ​ຂອງ​ປະ​ເທດ​ຊາດ​ແມ່ນ​ສັກກະ​ລະ​ບູຊາ, ບໍ່​ອາດ​ແຕະຕ້ອງ​ໄດ້. ລຸ້ນຄົນປະຈຸ​ບັນມີ​ຄວາມ​ຮັບຜິດຊອບ​ຕ້ອງ​ປົກ​ປັກ​ຮັກສາ, ມອບ​ສິດ​ຄືນ​ໃຫ້​ບັນດາ​ລຸ້ນລູກ, ລຸ້ນຫຼານ​ ເພື່ອປະ​ເທດ​ຊາດ​ຍືນ​ຍົງ​ຄົງ​ຕົວ ​ແລະ ພັດທະນາຕະຫຼອດ​ໄປ. ​ເມື່ອ​ຊີ້​ແຈ້ງສາຍ​ເຫດທີ່​ຕ້ອງ​ຮັກສາ​ສະພາບ​ແວດ​ລ້ອມ​ແຫ່ງ​ສັນຕິພາບ, ສະຖຽນ​ລະ​ພາບ ​ເພື່ອ​ພັດທະນາ​ເສດຖະກິດ​ຂອງ​ປະ​ເທດ​ຊາດ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ​ນຊາງ ກໍ່​ໄຈ້​ແຍກ​ບັນດາ​ມາດ​ຕະການ​​​​ໂດຍພັກ,​ ລັດວາງ​ອອກ ​ເພື່ອ​ປະຕິບັດ​ບັນດາ​ໜ້າ​ທີ່​ດັ່ງກ່າວ​ຄື: ຍົກ​ສູງ​ກຳລັງ​ແຮງ​ສັງ​ລວມ, ​ເພີ່ມ​ທະວີ​ກຳລັງ​ພາຍ​ໃນ​ ປະ​​ເທດ ​ແລະ ບັນດາ​ມາດ​ຕະການ​ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍນາໆ​ປະການຈາກພາຍ​ນອກ. ພ້ອມ​ທັງຍາດ​ແຍ່ງການ​ສະໜັບສະໜູນ​ຈາກສາກົນ, ສົມທົບກຳລັງ​ແຮງ​ຂອງ​​ຊາດ ​ແລະ ກຳລັງ​ແຮງ​ຂອງ​ຍຸກ​ສະ​ໄໝ​ ​ເພື່ອ​ປະຕິບັດ​ໜ້າ​ທີ່​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຢ່າງ​ມີ​ໄຊ.