ເຫດ​ບຸກ​ໂຈມ​ຕີ​ທາງ​ອາກາດ​ຢູ່​ສະໜາມບິນ​ສາກົນ Baghdad: ອາ​ເມ​ລິ​ກາ ​ແລະ ອີຣັກ ປຶກສາ​ຫາລືກ່ຽວກັບ​ບັນດາ​ມາດ​ຕະການຫຼຸດຜ່ອນ​ຄວາມ​ເຄັ່ງ​ຕຶງ

Chia sẻ
(VOVWORLD) -ວັນທີ 3 ມັງກອນ, ກະຊວງການຕ່າງປະເທດ ອາເມລິກາ ປະກາດວ່າ ທ່ານ Mike Pompeo ລັດຖະມົນຕີການຕ່າງປະເທດຂອງປະເທດນີ້ ໄດ້ມີການເຈລະຈາຜ່ານທາງໂທລະສັບ ກັບ ທ່ານປະທານສະພາແຫ່ງຊາດ ອີຣັກ Mohammaed al – Halbousi.
ເຫດ​ບຸກ​ໂຈມ​ຕີ​ທາງ​ອາກາດ​ຢູ່​ສະໜາມບິນ​ສາກົນ Baghdad: ອາ​ເມ​ລິ​ກາ ​ແລະ ອີຣັກ ປຶກສາ​ຫາລືກ່ຽວກັບ​ບັນດາ​ມາດ​ຕະການຫຼຸດຜ່ອນ​ຄວາມ​ເຄັ່ງ​ຕຶງ - ảnh 1ທ່ານ Mike Pompeo ລັດຖະມົນຕີການຕ່າງປະເທດ ອາເມລິກາ (ພາບ: TTXVN)

        ໃນແຈ້ງການ, ໂຄສົກກະຊວງການຕ່າງປະເທດຂອງ ອາເມລິກາ Morgan Ortagus ໃຫ້ຮູ້ວ່າ: “ລັດຖະມົນຕີການຕ່າງປະເທດ ອາເມລິກາ Pompeo ຕີລາຄາສູງເລື່ອງ ທ່ານ al – Halbousi ຮັກສາການພົວພັນຄູ່ຮ່ວມມືກັບ ອາເມລິກາ. ເຈົ້າໜ້າທີ່ສອງທ່ານ ໄດ້ເຫັນດີເປັນເອກະພາບກ່ຽວກັບຄວາມສໍາຄັນຂອງເລື່ອງຫຼຸດຜ່ອນຄວາມເຄັ່່ງຕຶງຢູ່ ອີຣັກ ແລະ ໃນພາກພື້ນ”.

        ແລະ ກໍໃນວັນດຽວກັນ, ລັດຖະມົນຕີການຕ່າງປະເທດ ອາເມລິກາ ກໍໄດ້ເຈລະຈາທາງໂທລະສັບກັບ ເຈົ້າຊາຍ Mohammed bin Salman Al Saud ຂອງ ອາຣັບບິ ຊາອຸດິ ແລະ ກໍາມະການຜູ້ປະຈໍາການລັດຖະບານ ຈີນ, ເສນາທິການໃຫຍ່ກອງທັບ ປາກິດສະຖານ ພ້ອມດ້ວຍລັດຖະມົນຕີການຕ່າງປະເທດ ຂອງບັນດາປະເທດ ເຢຍລະມັນ, ອັງກິດ ແລະ ລັດເຊຍ ເພື່ອປຶກສາຫາລືກ່ຽວກັບການຜັນແປຫຼ້າສຸດຢູ່ ອີຣັກ.


ຕອບກັບ