ການສົນທະນາປະຈຳປີຂອງ ອາຊຽນ - ອາເມລິກາ ຄັ້ງທີ 36

Chia sẻ
(VOVWORLD) - ເຈົ້າໜ້າທີ່ການທູດ ອາເມລິກາ ກໍ່ເນັ້ນໜັກເຖິງການສົມທົບຢ່າງແໜ້ນແຟ້ນຂອງ ອາເມລິກາ ກັບ ອາຊຽນ ໃນບັນຫາ ມຽນມາ ພ້ອມທັງເນັ້ນໜັກຄວາມຈຳເປັນຂອງການຮັກສາຄວາມເສລີໃນການເດີນເຮືອ ແລະ ເຄົາລົບກົດໝາຍສາກົນຢູ່ທະເລຕາເວັນອອກ...

ວັນທີ 24 ພຶດສະພາ (ຕາມເວລາທ້ອງຖິ່ນ), ອາເມລິກາ ແລະ ສະມາຄົມປະຊາຊາດບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ໄດ້ຈັດການສົນທະນາປະຈຳປີຄັ້ງທີ 36 ຢູ່ນະຄອນຫຼວງ ວໍຊິງຕັນ, ປະເທດ ອາເມລິກາ, ເພື່ອແນໃສ່ປຶກສາຫາລືການຮ່ວມມືເປີດກ້ວາງບົນຈິດໃຈຄູ່ຮ່ວມມືຍຸດທະສາດຮອບດ້ານ. ກ່າວຄຳເຫັນນະທີ່ນີ້, ທ່ານ Daniel Kritenbrink, ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ອາເມລິກາ ຮັບຜິດຊອບບັນຫາອາຊີຕາເວັນອອກ ແລະ ປາຊີຟິກ ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາຂອງອຳນາດການປົກຄອງຂອງທ່ານປະທານາທິບໍດີ Joe Biden ທີ່ມີຕໍ່ບົດບາດໃຈກາງຂອງ ອາເມລິກາ ແລະ ຄວາມໝັ້ນຄົງ ແລະ ວັດທະນາຖາວອນຂອງບັນດາຄູ່ຮ່ວມມືຂອງອາເມລິກາ ຮັບຮອງເອົາການສະໜັບສະໜູນສຳລັບວິໄສທັດ ມະຫາສະໝຸດອິນເດຍ - ປາຊີຟິກຂອງ ອາຊຽນ.

ເຈົ້າໜ້າທີ່ການທູດ ອາເມລິກາ ກໍ່ເນັ້ນໜັກເຖິງການສົມທົບຢ່າງແໜ້ນແຟ້ນຂອງ ອາເມລິກາ ກັບ ອາຊຽນ ໃນບັນຫາ ມຽນມາ ພ້ອມທັງເນັ້ນໜັກຄວາມຈຳເປັນຂອງການຮັກສາຄວາມເສລີໃນການເດີນເຮືອ ແລະ ເຄົາລົບກົດໝາຍສາກົນຢູ່ທະເລຕາເວັນອອກ; ມຸ່ງໄປເຖິງ ມະຫາສະໝຸດອິນເດຍ - ປາຊີຟິກ ເສລີ ແລະ ເປີດກ້ວາງ, ເຊື່ອມຕໍ່, ວັດທະນາຖາວອນ, ປອດໄພ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ; ສະໜັບສະໜູນການແກ້ໄຂບັນດາການຂັດແຍ້ງໂດຍສັນຕິວິທີ ແລະ ຊຸກຍູ້ອະທິປະໄຕໃນພາກພື້ນ. ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ອາເມລິກາ ເນັ້ນໜັກຄຳໝັ້ນສັນຍາຂອງ ອາເມລິກາ ໃນການເພີ່ມທະວີການພົວພັນການຄ້າ ແລະ ການລົງທຶນຢ່າງແຮງກັບບັນດາປະເທດ ອາຊຽນ.

ຕອບກັບ