ເຫດຊາວຫວຽດນາມ 39 ຄົນ ເສຍຊີວິດຢູ່ ອັງກິດ: ກະຊວງຕໍາຫຼວດຫວຽດນາມ ປະກາດຊື່ ຂອງບັນດາຜູ້ປະສົບເຄາະຮ້າຍຢ່າງເປັນທາງການ

Chia sẻ
(VOVWORLD) -ຕອນຄໍ່າວັນທີ 8 ພະຈິກ, ກະຊວງຕໍາຫຼວດຫວຽດນາມ ໄດ້ປະກາດຊື່ ຂອງບັນດາຜູ້ປະສົບເຄາະຮ້າຍຢ່າງເປັນທາງການ.

        ພາຍຫຼັງໜຶ່ງວັນທີ່ປະກາດຂ່າວວ່າ ຢັ້ງຢືນໄດ້ຜູ້ປະສົບເຄາະຮ້າຍ 39 ຄົນ ທີ່ເສຍຊີວິດໃນລົດຕູ້ container ທີ່ພົບເຫັນຢູ່ ເມືອງ Essex, ທາງທິດຕາເວັນອອກສ່ຽງເໜືອ ລອນດອນ, ລາຊະອານາຈັກອັງກິດໃນວັນທີ 23 ຕຸລາ ຜ່ານມາ ລ້ວນແຕ່ແມ່ນພົນລະເມືອງຫວຽດນາມ, ຕອນຄໍ່າວັນທີ 8 ພະຈິກ, ກະຊວງຕໍາຫຼວດຫວຽດນາມ ໄດ້ປະກາດຊື່ ຂອງບັນດາຜູ້ປະສົບເຄາະຮ້າຍຢ່າງເປັນທາງການ. ພາຍຫຼັງຢັ້ງຢືນ ໄດ້ຊື່ ຂອງຜູ້ປະສົບເຄາະຮ້າຍແລ້ວ, ບັນດາອົງການເຈົ້າໜ້າທີ່ຂອງຫວຽດນາມ ໄດ້ຕິດຕໍ່ຫາແຕ່ລະຄອບຄົວຜູ້ປະສົບເຄາະຮ້າຍ ເພື່ອແຈ້ງຂ່າວທີ່ກ່ຽວຂ້ອງເຖິງບັນດາຜູ້ປະສົບເຄາະຮ້າຍດັ່ງກ່າວ. ກ່ອນໜ້ານັ້ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ກໍ່ໄດ້ສົ່ງສານແບ່ງເບົາຄວາມເສົ້າສະຫຼົດໃຈມາຍັງຄອບຄົວ ແລະ ຍາດຕິພີ່ນ້ອງຜູ້ປະສົບເຄາະຮ້າຍດັ່ງກ່າວ.


ຕອບກັບ