ເສີມຂະຫຍາຍບົດບາດປະຈັນບານ,ມີຫົວຄິດປະດິດສ້າງ,ປຸກລຸກຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງຂອງຊາວໜຸ່ມ

Chia sẻ
ຕອນ​ເຊົ້າ​ວັນ​ທີ 29/12, ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ສະ​ຫະ​ພັນ​ຊາວ​ໜຸ່ມ ຫວຽດ​ນາມ ຄັ້ງ​ທີ 7 ອາ​ຍຸ​ການ 2014 – 2019 ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ກາ​ນ​ຢູ່ ຮ່າ​ໂນ້ຍ.
ເສີມຂະຫຍາຍບົດບາດປະຈັນບານ,ມີຫົວຄິດປະດິດສ້າງ,ປຸກລຸກຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງຂອງຊາວໜຸ່ມ - ảnh 1
ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ສະ​ຫະ​ພັນ​ຊາວ​ໜຸ່ມ ຫວຽດ​ນາມ ຄັ້ງ​ທີ 7 ອາ​ຍຸ​ການ 2014 – 2019
(ພາບ: Ngọc Thắng)


(vovworld) – ຕອນ​ເຊົ້າ​ວັນ​ທີ 29/12, ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ສະ​ຫະ​ພັນ​ຊາວ​ໜຸ່ມ ຫວຽດ​ນາມ ຄັ້ງ​ທີ 7 ອາ​ຍຸ​ການ 2014 – 2019 ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ກາ​ນ​ຢູ່ ຮ່າ​ໂນ້ຍ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຫງວຽນ​ຟູ໋​ຈ້ອງ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ແລະ ການ​ນຳ​ລັດ, ແນວ​ໂຮມ​ປະ​ເທດ​ຊາດ ແລະ​ ຜູ້​ແທນ 800 ຄົນ​ເຊິ່ງ​ແມ່ນ​ບັນ​ດາ​ພະ​ນັກ​ງານ, ສະ​ມາ​ຊິກ​ຄະ​ນະ​ຊາວ​ໜຸ່ມ, ຊາວ​ໜຸ່ມ ດີ​ເດັ່ນ​ທີ່​ຕາງ​ໜ້າ​ໃຫ້​ສະ​ມາ​ຊິກສະ​ຫະ​ພັນ​ຊາວ​ໜຸ່ມ ຫວຽດ​ນາມ ໃນ​ທົ່ວ​ປະ​ເທດ​ເຂົ້າ​ຮ່ວມ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ໃຫຍ່, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ຍ້ອງຍ​ໍ​ຊົມ​ເຊີຍ​ບັນ​ດາ​ຜົນ​ງານ​ຂອງ​ຂະ​ບວນ​ການ​ຊາວ​ໜຸ່ມ ແລະ ການ​ເຄື່ອນ​ໄຫວ​ຂອງ​​ຂອງ​ສະ​ຫະ​ພັນ​ຊາວ​ໜຸ່ມ​ ທຸກ​ຂັ້ນໃນ​ທົ່ວ​ປະ​ເທດ​ໃນ​ໄລ​ຍະ​ຜ່ານ​ມາ, ພິ​ເສດ​ແມ່ນ​ອາ​ຍຸ​ການ 2010 – 2014. ທ່າ​ນ​ເລ​ຂາ​ທິ​ການ​ໃຫຍ່ ຊີ້​ແຈ້ງວ່າ:

        “ໜຶ່ງ​ໃນ​ບັນ​ດາ​ໜ້າ​ທີ່​ສຳ​ຄັນ​ອັນ​ດັບ​ໜຶ່ງ​ຂອງ​ສະ​ຫະ​ພັນ​ຊາວ​ໜຸ່ມ ຫວຽດ​ນາມ ໃນ​ຊຸມ​ປີ​ຈະ​ມາ​ເຖິງ​ແມ່ນ​ຕ້ອງ​ສືບ​ຕໍ່​ກໍ່​ສ້າງ ແລະ ເພີ່ມ​ທະ​ວີ​ກຸ່​ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ, ເຕົ້າ​ໂຮມ​ຊາວ​ໜຸ່ມ​ທຸກ​ຊັ້ນ​ຢ່າງ​ກ້​ວາງ​ຂວາງ, ຮັບ​ປະ​ກັນ​ເປັນ​ເອ​ກະ​ພາບ​ກ່ຽວ​ກັບ​ແນວ​ຄິດ ແລະ ການ​ກະ​ທຳ, ສຸ້​ຊົນ​ປະ​ຕິ​ບັດ​ບັນ​ດາ​​ແຜ​ນນະ​ໂຍ​ບາຍ, ແນວ​ທາງ​ຂ​ອງ​ພັກ, ນະ​ໂຍ​ບາຍ, ກົດ​ໝາຍ​ຂອງ​ລັດ​ຢ່າງ​ມີ​ປະ​ສິດ​ທ​ິ​ຜົນ.”

        ທ່ານ​ເລ​ຂາ​ທິກ​ານ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ໃສ່​ໃຈ​ສະ​ຫະ​ພັນ​ຊາວ​ໜຸ່ມ ຫວຽດ​ນາມ ຄວນ​ສືບ​ຕໍ່​ພ້ອມ​ກັບ​​ຄະ​ນະຊາວ​ໜຸ່ມ​ກອມ​ມູ​ນິດ ໂຮ່​ຈີ​ມິນ ປະ​ຕິ​ບັດ​ວຽກ​ງານ​ການ​ສຶກ​ສາ, ກຳ​ນົດ​ທິດ​ຊາວ​ໜຸ່ມ, ປະ​ກອບ​ສ່ວນ​ສ້າງ​ສາ​ລຸ້ນ​ຊາວ​ໜຸ່ມ​ມີ​ພູມ​ປັນ​ຍາ, ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ… ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ, ເນັ້ນ​ໜັກ​ວ່າ:

        “ພັກ, ລັດ ແລະ ປະ​ຊາ​ຊົນ​ຍາມ​ໃດ​ກໍ່​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ​ມີ​ຄວາມ​ຫວັງ​ຕໍ່​ລຸ້ນ​ໜຸ່ມ, ປາດ​ຖະ​ໜາ​ຢາກ​ໃຫ້​ລຸ້ນ​ໜຸ່ມ​ສືບ​ຕໍ່​ມູນ​ເຊື້ອ​ຂອງ​ລ​ຸ້ນ​ພໍ່​ລຸ້ນ​ອ້າຍ, ຢືດ​ໝັ້ນ​ແນວ​ທາງ​ເຊິ່ງ​ພັກ, ປະ​ທານ ໂຮ່​ຈ​ີ​ມິນ ແລະ ປະ​ຊາ​ຊົນ ຫວຽດ​ນາມ ໄດ້​ເລືອກ​ເຟັ້ນ, ອຸ​ທິ​ສ່ວນ​ເຂົ້າ​ໃນ​ພາ​ລະ​ກິດ​ປ່ຽນ​ໃໝ່, ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ສັງ​ຄົມ​ນິ​ຍົມ​ໃນ​ໄລ​ຍະ​ໃໝ່.”