ເສີມຂະຫຍາຍບົດບາດນຳໜ້າຂອງຊົນຊັ້ນກຳມະກອນ, ຮອງຮັບການປະຕິວັດອຸດສາຫະກຳ 4.0

Chia sẻ
(VOVWORLD) - ວັນທີ 12 ມັງກອນ ທີ່ຮ່າໂນ້ຍ, ຄະນະບໍລິຫານງານສະຫະພັນໃຫຍ່ແຮງງານ ຫວຽດນາມ ຊຸດທີ 11 ໄດ້ຈັດຕັ້ງກອງປະຊຸມສະຫລຸບວຽກງານກຳມະບານປີ 2017, ຜັນຂະຫຍາຍໜ້າທີ່ປີ 2018. 
ເສີມຂະຫຍາຍບົດບາດນຳໜ້າຂອງຊົນຊັ້ນກຳມະກອນ, ຮອງຮັບການປະຕິວັດອຸດສາຫະກຳ 4.0 - ảnh 1 ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ (ພາບ: TTXVN)

ເຂົ້າຮ່ວມກອງປະຊຸມມີທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເຈີ່ນແທງເມີນ; ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ; ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຊົມເຊີຍລະບົບກຳມະບານທຸກຂັ້ນ ໄດ້ປະຕິບັດສຳເລັດບັນດາໜ້າທີ່ໃນປີ 2017 ເປັນຢ່າງດີ; ຫວັງວ່າ ປີ 2018 ຈະແມ່ນປີພິເສດ, ສ້າງຂີດໝາຍສຳເລັດຜົນຂອງສະຫະພັນແຮງງານ ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເນັ້ນໜັກວ່າ: ຫວຽດນາມ ກໍ່ຄືບັນດາປະເທດໃນໂລກ ພວມກ້າວເຂົ້າສູ່ການປະຕິວັດອຸດສາຫະກຳ 4.0 ດ້ວຍຄວາມຮຽກຮ້ອງຕ້ອງການເຊື່ອມໂຍງຢ່າງເລິກເຊິ່ງກ້ວາງຂວາງ ແລະ ປ່ຽນແປງໃໝ່. ສິ່ງສຳຄັນທີ່ສຸດ ນັ້ນແມ່ນຄວນເຮັດແນວໃດ ເພື່ອໃຫ້ຊົນຊັ້ນກຳມະກອນ ຫວຽດນາມ ດ້ວຍບົດບາດນຳໜ້າມີບາດກ້າວກຽມພ້ອມຮອງຮັບການປະຕິວັດນີ້.

ຕອບກັບ