ເສີມຂະຫຍາຍທ່າແຮງດ້ານກະສີກຳ ແລະ ສິນໃນນ້ຳ, ນຳ ກຽນຢາງພັດທະນາແບບຍືນຍົງ

Chia sẻ
ວັນ​ທີ 24/6, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ການ​ນຳ​ຫຼັກ​ແຫຼ່ງ​ແຂວງ​ກຽນ​ຢາງ ກ່ຽວ​ກັບ​ສະພາບ​ເສດຖະກິດ - ສັງຄົມ​ຂອງທ້ອງ​ຖີ່​ນ
ເສີມຂະຫຍາຍທ່າແຮງດ້ານກະສີກຳ ແລະ ສິນໃນນ້ຳ, ນຳ ກຽນຢາງພັດທະນາແບບຍືນຍົງ - ảnh 1
ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​​ເຮັດ​ວຽກ​ກັບ​ການ​ນຳ​ຫຼັກ​ແຫຼ່ງ​ແຂວງ​ກຽນ​ຢາງ
(ພາບ: VGP/Nhat Bac)

(vovworld) -  ວັນ​ທີ 24/6, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ການ​ນຳ​ຫຼັກ​ແຫຼ່ງ​ແຂວງ​ກຽນ​ຢາງ ກ່ຽວ​ກັບ​ສະພາບ​ເສດຖະກິດ - ສັງຄົມ​ຂອງທ້ອງ​ຖີ່​ນ. ກ່າວ​ຄວາມ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​​ໄດ້​ຕີ​ລາຄາ​ສູງ​ຄວາມ​ມານະ​ພະຍາຍາມ​ຂອງ​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ ກຽນ​ຢາງ ​ທີ່​ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ການ​ທ້າ​ທາຍ, ບັນລຸ​ຜົນງານ​ຮອບດ້ານ​ພໍ​ສົມຄວນ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ. ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​​ໄດ້​ສະ​ເໜີ​ໃຫ້​ແຂວງ​ກຽນ​ຢາງ​ ສືບ​ຕໍ່ສຸມ​ໃສ່​ຍູ້​ແຮງ​ການ​ຜະລິດ​ກະ​ສິກຳ, ຂຸດ​ຄົ້ນ ​ແລະ ລ້ຽງ​ປູກ​ສິນ​ໃນ​ນ້ຳ ຕິດ​ພັນ​ກັບ​ອຸດສາຫະກຳ​ປຸງ​ແຕ່ງ​ທີ່​ຮັບ​ໃຊ້​ໃຫ້​ແກ່​ການ​ສົ່ງ​ອອກ, ນຳ​ວິທະຍາສາດ ​ເຕັກ​ໂນ​ໂລ​ຢີ​ເຂົ້າ​ໃນ​ການ​ຜະລິດ ​ເພື່ອ​ແນ​ໃສ່​ຍົກ​ສູງ​ປະສິດທິພາບ, ຄຸນ​ນະພາ​ບ, ກຳລັງ​ແກ່ງ​ແຍ້​ງຂອງ​ບັນດາ​ຜະລິດ​ຕະພັນ​ໃນ​ທ້ອງ​ຕະຫຼາດ, ປະຕິບັດ​ບັນດາ​ມາດ​ຕະການ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ໜູນ​ຊ່ວຍ​ການ​ພັດທະນາ​ອຸດສາຫະກຳ​ຜະລິດ​ປຸງ​ແຕ່ງ​ຜະລິດ​ຕະພັນ​ກະ​ເສດ, ສິນ​ໃນ​ນ້ຳ ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ສົ່ງ​ອອກ.