ເວເນຊູເອລາ ພວມຊັ່ງຊາຈະດຳເນີນການເຈລະຈາກັບ ອາເມລິກາ

Chia sẻ
(VOVWORLD) -ທ່ານປະທານາທິບໍດີ ເວເນຊູເອລາ Nicolas Maduro ຖະແຫຼງວ່າ ອາດຈະດຳເນີນການເຈລະຈາໂດຍກົງກັບ ອາເມລິກາ ແນໃສ່ຢຸດຕິບັນດາຄຳສັ່ງລົງໂທດຂອງ ອາເມລິກາ ແນໃສ່ ເວເນຊູເອລາ.
ເວເນຊູເອລາ ພວມຊັ່ງຊາຈະດຳເນີນການເຈລະຈາກັບ ອາເມລິກາ - ảnh 1 ທ່ານປະທານາທິບໍດີ ເວເນຊູເອລາ Nicolas Maduro (ພາບ: AFP/TTXVN)

        ໃນບົດສຳພາດໂດຍໜັງສືພິມ Washington Post ລົງພິມສະບັບອອກວັນທີ 18 ມັງກອນ, ການນຳ ເວເນຊູເອລາ ເນັ້ນໜັກວ່າ ທ່ານພ້ອມແລ້ວທີ່ຈະເຈລະຈາກັບ ວໍຊິງຕັນ ແນໃສ່ຢຸດຕິບັນດາມາດຕະການລົງໂທດຂອງທ່ານປະທານາທິບໍດີ ອາເມລິກາ Donald Trump. ທ່ານປະທານາທິບໍດີ Nicolas Maduro ຊີ້ແຈ້ງວ່າ ຖ້າຫາກທ່ານປະທານາທິບໍດີ  Donald Trump ຍົກເລີກບັນດາຄຳສັ່ງລົງໂທດ, ບັນດາບໍລິສັດນ້ຳມັນຂອງ ອາເມລິກາ ກໍ່ໄດ້ຮັບຜົນປະໂຫຍດຢ່າງໃຫຍ່ຫລວງຈາກແຫຼ່ງສະໜອງນ້ຳມັນຂອງ ເວເນຊູເອລາ.

ຕອບກັບ