ເລີ່ມ​ເຄື່ອນ​ໄຫວ​ຖ້ຽວ​ລົດ​ໄຟ​ຂົນ​ສົ່ງ​ສິນ​ຄ້າ​ແຊ່​ເຢັນ ຈາກ​ຈີນ ໄປ​ຍັງ​ຫວຽດ​ນາມ, ລາວ

Chia sẻ
(VOVWORLD) - ລົດໄຟສອງຖ້ຽວທຳອິດ, ເລີ່ມເດີນທາງແຕ່ສະຖານີລົດໄຟ Yanhe ຂອງນະຄອນ ຢູຊີ ຂຶ້ນກັບແຂວງ ຢູນໜານ, ຄາດວ່າຈະຮອດນະຄອນຫຼວງຫຼວງວຽງຈັນ, ລາວ ແລະ ແຂວງລາວກາຍ, ຫວຽດນາມ ພາຍຫຼັງວັນໜຶ່ງ.
ເລີ່ມ​ເຄື່ອນ​ໄຫວ​ຖ້ຽວ​ລົດ​ໄຟ​ຂົນ​ສົ່ງ​ສິນ​ຄ້າ​ແຊ່​ເຢັນ ຈາກ​ຈີນ ໄປ​ຍັງ​ຫວຽດ​ນາມ, ລາວ - ảnh 1ພາບປະກອບ: TTXVN

ຕອນເຊົ້າວັນທີ 16 ຕຸລາ, ລົດໄຟສອງຖ້ຽວທີ່ໄດ້ຮັບການປະກອບວັດຖຸອຸປະກອນແຊ່ເຢັນ ຂົນສົ່ງໝາກໄມ້ ແລະ ຜັກໄດ້ເດີນທາງອອກຈາກແຂວງ ຢູນໜານ, ທາງທິດຕາເວັນຕົກສ່ຽງໃຕ້ ຈີນ ໄປຍັງປະເທດ ລາວ ແລະ ຫວຽດນາມ ຕາມລຳດັບ. ເຫດການນີ້ໄດ້ສ້າງຂີດໝາຍແຫ່ງການເປີດນຳໃຊ້ການບໍລິການຂົນສົ່ງສິນຄ້າທີ່ ໄດ້ເກັບຮັກສາແບບແຊ່ເຢັນ ໃນບັນດາຖ້ຽວລົດໄຟແຕ່ຈີນ ໄປຍັງລາວ ແລະ ຫວຽດນາມ.

ລົດໄຟສອງຖ້ຽວທຳອິດ, ເລີ່ມເດີນທາງແຕ່ສະຖານີລົດໄຟ Yanhe ຂອງນະຄອນ ຢູຊີ ຂຶ້ນກັບແຂວງ ຢູນໜານ, ຄາດວ່າຈະຮອດນະຄອນຫຼວງຫຼວງວຽງຈັນ, ລາວ ແລະ ແຂວງລາວກາຍ, ຫວຽດນາມ ພາຍຫຼັງວັນໜຶ່ງ. ຕາມຕາຕະລາງປັດຈຸບັນ, ແຕ່ລະມື້ຈະມີ ລົດໄຟຂົນສົ່ງສິນຄ້າແຊເຢັນຈາກນະຄອນ ຄູນໝິງ, ຢູນໜານ ໄປຍັງວຽງຈັນ 1 ຖ້ຽວ ແລະ ແຕ່ ຄູນໝິງ ໄປຍັງ ລາວກາຍ1ຖ້ຽວ.

ກຸ່ມບໍລິສັດເສັ້ນທາງລົດໄຟ Kunming (ຈີນ)ໃຫ້ຮູວ່າ ຈຳນວນການເຄື່ອນໄຫວຂອງລົດໄຟ 2 ຖ້ຽວລົດນີ້ ຈະໄດ້ຮັບການດັດປັບຕາມຄວາມຕ້ອງການຂອງລູກຄ້າໃນອະນາຄົດ.

ຕອບກັບ