ເລຂາທິການໃຫຍ່, ປະທານປະເທດເຂົ້າຮ່ວມກອງປະຊຸມຕຳຫລວດທົ່ວປະເທດຄັ້ງທີ 74

Chia sẻ
(VOVWORLD) - ກອງປະຊຸມຕຳຫລວດທົ່ວປະເທດຄັ້ງທີ 74 ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 03 ມັງກອນ ຢູ່ຮ່າໂນ້ຍ. 
ເລຂາທິການໃຫຍ່, ປະທານປະເທດເຂົ້າຮ່ວມກອງປະຊຸມຕຳຫລວດທົ່ວປະເທດຄັ້ງທີ 74 - ảnh 1 ເລຂາທິການໃຫຍ່, ປະທານປະເທດເຂົ້າຮ່ວມກອງປະຊຸມຕຳຫລວດທົ່ວປະເທດຄັ້ງທີ 74

ກອງປະຊຸມແນໃສ່ສະຫລຸບ, ຕີລາຄາສະພາບການ, ໝາກຜົນດ້ານຕ່າງໆຂອງຕຳຫລວດປີ 2018; ຫວນຄືນໝາກຜົນເຄິ່ງໄລຍະປີ 2016 – 2018 ແລະ ສະຫລຸບຂະບວນການແຂ່ງຂັນ “ເພື່ອຄວາມໝັ້ນຄົງປະເທດຊາດ” ປີ 2018. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ຕີລາຄາສູງຄວາມມານະພະຍາຍາມ ແລະ ການປະກອບສ່ວນອັນໃຫຍ່ຫລວງຂອງກຳລັງຕຳຫລວດປະຊາຊົນເຂົ້າໃນຜົນງານລວມຂອງປະເທດຊາດ.

        ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ເນັັ້ນໜັກວ່າ ໜ້າທີ່ຈຸດສຸມຂອງຂະແໜງຕຳຫລວດໃນປີ 2019 ຄວນເສີມຂະຫຍາຍບົດບາດເປັນແກ່ນສານແມ່ນຮັກສາຄວາມໝັ້ນຄົງແຫ່ງຊາດ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍທາງສັງຄົມໃນທຸກກໍລະນີ. ທ່ານ ຫງວຽນຝູຈ້ອງ ກ່າວວ່າ:

        ປ່ຽນແປງໃໝ່ບັນດາໜ້າວຽກງານຢ່າງບໍ່ຢຸດຢັ້ງ ເພື່ອເປັນເຈົ້າການປ້ອງກັນ, ຕໍ່ສູ້, ສະກັດກັ້ນບັນດາກົນອຸບາຍ, ການເຄື່ອນໄຫວມ້າງເພທຳລາຍຂອງບັນດາກຳລັງປໍລະປັກໄດ້ຢ່າງທັນການ ແລະ ມີປະສິດທິຜົນ, ສະກັດກັ້ນການກໍ່ການຮ້າຍ, ກໍ່ຄວາມວຸ້ນວາຍ, ມ້າງເພທຳລາຍ; ຮັບມືກັບບັນດາໄພນາບຂູ່ຄວາມໝັ້ນຄົງແບບໃໝ່ ແລະ ບັນດາບັນຫາສັບສົນເກີດຂຶ້ນກ່ຽວກັບຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢ່າງມີປະສິດທິຜົນ.

        ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ຊີ້ແຈ້ງວ່າ: ຂະແໜງຕຳຫລວດຄວນຍົກສູງຄຸນນະພາບ ແລະ ປະສິດທິຜົນແຫ່ງການສົມທົບ, ຮ່ວມມືສູ້ຮົບລະຫວ່າງຕຳຫລວດປະຊາຊົນກັບກອງທັບປະຊາຊົນ ແລະ ທຸກຂັ້ນ, ທຸກຂະແໜງກ່ວາອີກໃນການປະຕິບັດບັນດາເປົ້າໝາຍ, ໜ້າທີ່ດ້ານການເມືອງ, ເສດຖະກິດ, ສັງຄົມ, ການປ້ອງກັນຊາດ, ການປ້ອງກັນຄວາມສະຫງົບ, ການຕ່າງປະເທດ. ພ້ອມກັນນັ້ນ, ຂະແໜງຕຳຫລວດຄວນຍູ້ແຮງການເຄື່ອນໄຫວຮ່ວມມືກັບສາກົນ, ສືບຕໍ່ປັບປຸງ, ເປີດກ້ວາງການພົວພັນຮ່ວມມືທີ່ກ່ຽວຂ້ອງເຖິງບັນດາປະເທດ ແລະ ບັນດາອົງການຈັດຕັ້ງສາກົນ, ປະກອບສ່ວນປະຕິບັດແນວທາງ, ນະໂຍບາຍການຕ່າງປະເທດຂອງພັກ, ລັດຢ່າງມີປະສິດທິຜົນ.

ຕອບກັບ