ເລຂາທິການໃຫຍ່, ປະທານປະເທດພົບປະສັງສັນກັບຜູ້ຕາງໜ້າຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ

Chia sẻ
(VOVWORLD) - ຕອນເຊົ້າວັນທີ 10 ເມສາ, ທີ່ສຳນັກງານປະທານປະເທດ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ພົບປະສັງສັນກັບຜູ້ຕາງໜ້າຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເພື່ອຮັບຟັງການສ່ອງແສງທາງດ້ານແນວຄິດຈິດໃຈ, ຄວາມມຸ່ງມາດປາດຖະໜາຂອງປະຊາຊົນທຸກຊັ້ນວັນນະ.

  ທີ່ການພົບປະສັງສັນ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ໄດ້ຮັບຟັງ, ຮັບຮູ້, ຮັບເອົາບັນດາຄຳຄິດເຫັນກົງໄປກົງມາຂອງບັນດາສະມາຊິກຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ຜ່ານນັ້ນ ກຳໄດ້ແນວຄິດຈິດໃຈ, ຄວາມມຸ່ງມາດປາດຖະໜາຂອງປະຊາຊົນທຸກຊັ້ນວັນນະ.  ທ່ານເລຂາທິການໃຫຍ່, ປະທານປະເທດເນັ້ນໜັກວ່າ: ບົດບາດສຳຄັນຂອງແນວໂຮມປະເທດຊາດ ຫວຽດນາມ ໃນການເພີ່ມທະວີຄວາມສາມັກຄີເປັນເອກະພາບ, ສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ຄວາມສາມັກຄີສາກົນ, ຍາດແຍ່ງເອົາການສະໜັບສະໜູນ, ຄວາມສາມັກຄີຊ່ວຍເຫຼືອຂອງບັນດາປະເທດໃນໂລກຢ່າງສຸດຂີດ, ດ້ວຍຈິດໃຈ ຫວຽດນາມ ພ້ອມແລ້ວທີ່ຈະເປັນເພື່ອນ, ເປັນຄູ່ຮ່ວມມືໄວ້ເນື້ອເຊື່ອໃຈຂອງບັນດາປະເທດໃນປະຊາຄົມສາກົນ.

ເລຂາທິການໃຫຍ່, ປະທານປະເທດພົບປະສັງສັນກັບຜູ້ຕາງໜ້າຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ - ảnh 1 ທີ່ການພົບປະສັງສັນ (ພາບ: TTXVN)

        ກ່ຽວກັບບັນຫາຄວາມເສລີໃນການເຫລື້ອມໃສສາສະໜາ, ທ່ານເລຂາທິການໃຫຍ່, ປະທານປະເທດຢືນຢັນວ່າ: ພັກ, ລັດຈະສ້າງທຸກເງື່ອນໄຂສະດວກເພື່ອໃຫ້ບັນດາສາສະໜາພັດທະນາຢ່າງເສລີ.

        ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານເລຂາທິການໃຫຍ່, ປະທານປະເທດເນັ້ນໜັກວ່າ: ຄວນກຳແໜ້ນທັດສະນະ, ແນວທາງຍຸດທະສາດຍາວນານຂອງພັກ, ລັດ. ນັ້ນແມ່ນຄວາມຢຶດໝັ້ນຮັກສາອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດໃຫ້ໝັ້ນຄົງ, ແຕ່ຕ້ອງມີວິທີການປະຕິບັດຢ່າງມີປະສິດທິຜົນ, ຮັກສາສະຖຽນລະພາບເພື່ອພັດທະນາແບບຍືນຍົງ.

ຕອບກັບ