ເລຂາທິການໃຫຍ່ NATO ຮຽກຮ້ອງໃຫ້ ຮຸງກາຣີ ໃຫ້ສັດຕະຍາບັນອະນຸສັນຍາຮັບເອົາ ຊູແອດເຂົ້າເປັນສະມາຊິກໂດຍໄວ

Chia sẻ
(VOVWORLD) - ທ່ານ Stoltenberg ໄດ້ໃຫ້ຄຳຮຽກຮ້ອງດັ່ງກ່າວ ພາຍຫຼັງທ່ານປະທານາທິບໍດີ ຕວກກີ Recep Tayyip Erdogan ໃຫ້ສັດຕະຍາບັນຮັບຮອງເອົາ ຊູແອດ ກາຍເປັນສະມາຊິກ NATO ຢ່າງເປັນທາງການພຽງໜຶ່ງວັນ.
ເລຂາທິການໃຫຍ່ NATO ຮຽກຮ້ອງໃຫ້ ຮຸງກາຣີ ໃຫ້ສັດຕະຍາບັນອະນຸສັນຍາຮັບເອົາ ຊູແອດເຂົ້າເປັນສະມາຊິກໂດຍໄວ - ảnh 1ທ່ານ Jens Stoltenberg, ເລຂາທິການໃຫຍ່ ອົງການ ສົນທິສັນຍາ ອັກລັງຕິກ ເໜືອ (NATO)
(ພາບ:AFP/TTXVN)

ວັນທີ 26 ມັງກອນ, ທ່ານ Jens Stoltenberg, ເລຂາທິການໃຫຍ່ ອົງການ ສົນທິສັນຍາ ອັກລັງຕິກ ເໜືອ (NATO) ໄດ້ສະແດງຄວາມຫວັງວ່າ: ສະພາແຫ່ງຊາດ ຮຸງກາຣີ ຈະໃຫ້ສັດຕະຍາບັນອະນຸສັນຍາຮັບເອົາ ຊູແອດ ເຂົ້າເປັນສະມາຊິກສຳພັນທະມິດການທະຫານນີ້ ພາຍຫຼັງກອງປະຊຸມຈະຈັດຂຶ້ນໃນທ້າຍເດືອນ ກຸມພາ ຈະມາເຖິງໂດຍໄວ. ທ່ານ Stoltenberg ໄດ້ໃຫ້ຄຳຮຽກຮ້ອງດັ່ງກ່າວ ພາຍຫຼັງທ່ານປະທານາທິບໍດີ ຕວກກີ Recep Tayyip Erdogan ໃຫ້ສັດຕະຍາບັນຮັບຮອງເອົາ ຊູແອດ ກາຍເປັນສະມາຊິກ NATO ຢ່າງເປັນທາງການພຽງໜຶ່ງວັນ. ດັ່ງນັ້ນ, ປະຈຸບັນ, ຮຸງກາຣີ ແມ່ນປະເທດໜຶ່ງດຽວ ຍັງບໍ່ທັນໄດ້ໃຫ້ສັດຕະຍາບັນຂໍ້ສະເໜີເຂົ້າເປັນສະມາຊິກ NATO ຂອງ ຊູແອດ.

        ໃນອາທິດນີ້, ທ່ານນາຍົກລັດຖະມົນຕີ ຮຸງກາຣີ Viktor Orban ໄດ້ເຊີນຄູ່ຕຳແໜ່ງ ຊູແອດ Ulf Kristersson ໄປຍັງ Budapest ເພື່ອປຶກສາຫາລື ກ່ຽວກັບບັນຫາດັ່ງກ່າວ. ທ່ານ Kristersson ໄດ້ຮັບຄຳເຊີນແລ້ວ. ກ່າວຄຳເຫັນຜ່ານຊ່ອງໂທລະພາບ TV4 ຂອງ ຊູແອດ, ທ່ານນາຍົກລັດຖະມົນຕີ Kristersson ແບ່ງປັນວ່າ: “ຂ້າພະເຈົ້າມີຄວາມປິຕິຊົມຊື່ນເມື່ອໄດ້ໄປຍັງ Budapest ... ພວກຂ້າພະເຈົ້າມີຫຼາຍບັນຫາເພື່ອນຳມາປຶກສາຫາລື ... ແຕ່ພວກເຮົາບໍ່ເຈລະຈາກ່ຽວກັບຖານະເປັນສະມາຊິກຂອງ NATO, ບໍ່ມີການເຈລະຈາໃດກ່ຽວກັບບັນຫານີ້... ແຕ່ເຖິງຢ່າງໃດກໍ່ຕາມ, ພວກຂ້າພະເຈົ້າອາດຈະປຶກສາຫາລືກ່ຽວກັບວິທີການຮ່ວມມືດີທີ່ສຸດໃນຂອບເຂດ NATO”.

ຕອບກັບ