ເລຂາຄະນະພັກນະຄອນຮ່າໂນ້ຍ ດິງຕ໋ຽນຢຸ້ງ ຕ້ອນຮັບເຈົ້າຄອງນະຄອນຫຼວງ ວຽງຈັນ

Chia sẻ
(VOVWORLD) - ກ່າວຄຳເຫັນທີ່ການຕ້ອນຮັບ, ສະຫາຍເລຂາຄະນະພັກນະຄອນ ຮ່າໂນ້ຍ ດິງຕ໋ຽນຢຸ້ງ ໄດ້ຕີລາຄາວ່າການຢ້ຽມຢາມຂອງຄະນະຢູ່ ຮ່າໂນ້ຍ ຄັ້ງນີ້ໄດ້ສືບຕໍ່ຢັ້ງຢືນການສະໜິດຕິດພັນ, ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງນະຄອນຫຼວງສອງປະເທດ
ເລຂາຄະນະພັກນະຄອນຮ່າໂນ້ຍ ດິງຕ໋ຽນຢຸ້ງ ຕ້ອນຮັບເຈົ້າຄອງນະຄອນຫຼວງ ວຽງຈັນ - ảnh 1ການເຮັດວຽກລະຫວ່າງສອງຝ່າຍ
 
 

ຕອນບ່າຍວັນທີ 4 ຕຸລາ, ສະຫາຍ ດິງຕ໋ຽນຢຸ້ງ, ເລຂາຄະນະພັກນະຄອນ ຮ່າໂນ້ຍ ເປັນປະທານພິທີຕ້ອນຮັບ ແລະ ເຮັດວຽກກັບຄະນະຜູ້ແທນຂັ້ນສູງນະຄອນຫຼວງ ວຽງຈັນ, ນຳໂດຍສະຫາຍ ອາດສະພັງທອງ ສີພັນດອນ, ຮອງເລຂາຄະນະພັກນະຄອນຫຼວງ, ເຈົ້າຄອງນະຄອນຫຼວງ ວຽງຈັນ.  ກ່າວຄຳເຫັນທີ່ການຕ້ອນຮັບ, ສະຫາຍເລຂາຄະນະພັກນະຄອນ ຮ່າໂນ້ຍ ດິງຕ໋ຽນຢຸ້ງ ໄດ້ຕີລາຄາວ່າການຢ້ຽມຢາມຂອງຄະນະຢູ່ ຮ່າໂນ້ຍ ຄັ້ງນີ້ໄດ້ສືບຕໍ່ຢັ້ງຢືນການສະໜິດຕິດພັນ, ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງນະຄອນຫຼວງສອງປະເທດ; ທ່ານເນັ້ນໜັກການພົວພັນຮ່ວມມືລະຫວ່າງ ຮ່າໂນ້ຍ ກັບ ວຽງຈັນ ສູ້ຊົນກາຍເປັນແບບຢ່າງໃນການພົວພັນລະຫວ່າງບັນດາທ້ອງຖິ່ນຂອງ ຫວຽດນາມ - ລາວ, ປະກອບສ່ວນແທດຈິງເຂົ້າໃນການພົວພັນລະຫວ່າງສອງພັກ, ສອງລັດ.

        ສະຫາຍເລຂາຄະນະພັກນະຄອນ ຮ່າໂນ້ຍ ດິງຕ໋ຽນຢຸ້ງ ໃຫ້ຮູ້ວ່າ: ການນຳນະຄອນ ຮ່າໂນ້ຍ ເວົ້າສະເພາະ ແລະ ການນຳ ຫວຽດນາມ ເວົ້າລວມ, ສະໜັບສະໜູນ ລາວ ດຳລົງບົດບາດເປັນປະທານ ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ໃນປີ 2024, ນອກຈາກນັ້ນ, ຮ່າໂນ້ຍ ຈະສົມທົບເພື່ອໜູນຊ່ວຍ ລາວ ຈັດປີທ່ອງທ່ຽວ 2024 ບັນລຸຜົນສຳເລັດ ແລະ ບັນດາການເຄື່ອນໄຫວສຳຄັນອື່ນໆໃນໄລຍະນີ້.

        ແລະກໍ່ໃນວັນດຽວກັນ, ຄະນະຜູ້ແທນຂັ້ນສູງ ນະຄອນຫຼວງ ວຽງຈັນ ກໍ່ໄດ້ເຂົ້າໄຫວ້ອາໄລຢູ່ສຸສານປະທານໂຮ່ຈີມິນ.

ຕອບກັບ