ເມື່ອ​ເວົ້າ​ເຖິງ​ບັນ​ຫາເຂດ​ຊາຍ​ແດນ ແມ່ນ​ເວົ້າ​ເຖິງ​ບັນ​ຫາ​ຊຸກ​ຍູ້​ການ​ຮ່ວມ​ມື

Chia sẻ
(VOVWORLD) -ເປົ້າໝາຍແນວທາງການຕ່າງປະເທດຂອງ ຫວຽດນາມ ແມ່ນທັງຮັກສາສະພາບແວດລ້ອມແຫ່ງສັນຕິພາບ ແລະ ສະຖຽນລະພາບເພື່ອພັດທະນາປະເທດຊາດ, ທັງຍາດແຍ່ງເງື່ອນໄຂສະດວກແກ່ການພັດທະນາເສດຖະກິດ - ສັງຄົມ. ແຕ່ຍັງມີເປົ້າໝາຍສຳຄັນໜຶ່ງອີກນັ້ນແມ່ນ ຢືດໝັ້ນຮັກສາເອກະລາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ.

ເມື່ອຕອບສຳພາດຕໍ່ນັກຂ່າວໃນວັນທີ 30 ມັງກອນ, ຢູ່ນອກກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງ ພັກກອມມູນິດ ຫວຽດນາມ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ເລຮວ່າຍຈູງ ໃຫ້ຮູ້ວ່າ ເປົ້າໝາຍແນວທາງການຕ່າງປະເທດຂອງ ຫວຽດນາມ ແມ່ນທັງຮັກສາສະພາບແວດລ້ອມແຫ່ງສັນຕິພາບ ແລະ ສະຖຽນລະພາບເພື່ອພັດທະນາປະເທດຊາດ, ທັງຍາດແຍ່ງເງື່ອນໄຂສະດວກແກ່ການພັດທະນາເສດຖະກິດ - ສັງຄົມ. ແຕ່ຍັງມີເປົ້າໝາຍສຳຄັນໜຶ່ງອີກນັ້ນແມ່ນ ຢືດໝັ້ນຮັກສາເອກະລາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ. ນັ້ນແມ່ນສິ່ງທີ່ສຳຄັນທີ່ສຸດໃນແນວທາງການຕ່າງປະເທດຂອງ ຫວຽດນາມ. ກ່ຽວກັບບັນຫາຊາຍແດນທາງບົກ, ຫວຽດນາມ ມີຊາຍແດນຕິດກັບ ຈີນ, ລາວ, ກຳປູເຈຍ ແລະ ຫວຽດນາມ ໄດ້ຮ່ວມມືກັບບັນດາປະເທດປະຕິບັດຫຼາຍວຽກງານທີ່ສຳຄັນ. ພ້ອມກັນນັ້ນ ແມ່ນຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ, ທັງຮ່ວມມືກັບບັນດາປະເທດເພື່ອຮັບປະກັນຄວາມໝັ້ນຄົງ ທັງປ້ອງກັນ ແລະ ຕ້ານອາດຊະຍາກຳ.

        “ຂ້າພະເຈົ້າຫວັງວ່າ ໃນໄລຍະຈະມາເຖິງ, ພັກ, ລັດ ຈະມີຄວາມເອົາໃຈໃສ່ເຖິງການພັດທະນາເສດຖະກິດເຂດຊາຍແດນ ດ້ວຍການເຊື່ອມຕໍ່ລະຫວ່າງເຂດຊາຍແດນກັບເຂດທົ່ງພຽງ, ເຂດທະເລ, ຍົກລະດັບພື້ນຖານໂຄງລ່າງຢູ່ບັນດາເຂດຊາຍແດນ ເພາະວ່າເຂດນີ້ ຈຶ່ງແມ່ນເຂດມີຄວາມບົ່ມຊ້ອນການພັດທະນາໃໝ່ຂອງ ຫວຽດນາມ”.

        ຢູ່ເຂດຊາຍແດນທາງທະເລ, ທ່ານຮອງລັດຖະມົນຕີ ເລຮວ່າຍຈູງ ຖືວ່າ ເຂດທະເລຕາເວັນອອກ ບໍ່ພຽງແຕ່ມີສ່ວນກ່ຽວຂ້ອງເຖິງການຮ່ວມມືດ້ານການຄ້າ, ການລົງທຶນ, ການບິນເທົ່ານັ້ນ ຫາກຍັງແມ່ນການຮ່ວມມືຕ້ານການປ່ຽນແປງຂອງດິນຟ້າອາກາດ, ການຄົ້ນຄວ້າວິທະຍາສາດ, ຕ້ານອາດຊະຍາກຳ… ສະນັ້ນ ມັນລວມທັງຜົນປະໂຫຍດຂອງບັນດາປະເທດໃນພາກພື້ນ, ເຂດແຄມທະເລຕາເວັນອອກ ແລະ ບັນດາປະເທດຢູ່ນອກພາກພື້ນອີກດ້ວຍ. ຫວຽດນາມ ມີຄວາມປາດຖະໜາວ່າ ໃນໄລຍະຈະມາເຖິງພວກເຮົາຈະເພີ່ມທະວີການຮ່ວມມືໃນການຂຸດຄົ້ນຊັບພະຍາກອນຢູ່ທະເລ, ປົກປັກຮັກສາສິ່ງແວດລ້ອມ, ຕ້ານການປ່ຽນແປງຂອງດິນຟ້າອາກາດ; ຕ້ານອາດຊະຍາກຳ…; ບັນດາຄູ່ຮ່ວມມືຈະແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ. ຫວຽດນາມ ເດັດດ່ຽວ, ຢຶດໝັ້ນປົກປັກຮັກສາຜົນປະໂຫຍດອັນຊອບທຳຂອງຕົນ, ຕ້ານຄືນບັນດາການກະທຳທີ່ລ່ວງລ້ຳອະທິປະໄຕ, ອຳນາດອະທິປະໄຕ, ອຳນາດສານຂອງ ຫວຽດນາມ ຊຶ່ງໄດ້ກຳນົດຕາມສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ.

ຕອບກັບ