ເພີ່ມສະມາຊິກຂອງກຸ່ມ DAG ຫວຽດນາມ ໃນສັນຍາ EVFTA

Chia sẻ
(VOVWORLD) -ບັນຊີລາຍຊື່ສະມາຊິກທາງການຂອງກຸ່ມ DAG  ຫວຽດນາມ ໄດ້ເພີ່ມ 3 ອົງການຕື່ມອີກ
ເພີ່ມສະມາຊິກຂອງກຸ່ມ DAG ຫວຽດນາມ ໃນສັນຍາ EVFTA - ảnh 1(ພາບປະກອບ: TTXVN)

ລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫວຽດນາມ ຫາກໍ່ປະກາດໃຊ້ຂໍ້ຕົກລົງປັບປຸງ, ເພີ່ມເຕີມບາງມາດຕາຂອງຂໍ້ຕົກລົງສ້າງຕັ້ງກຸ່ມໃຫ້ຄຳປຶກສາຢູ່ພາຍໃນປະເທດ (DAG) ຫວຽດນາມ ໃນຂອບເຂດສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ ສະຫະພາບ ເອີລົບ (EVFTA). ຕາມນັ້ນແລ້ວ, ບັນຊີລາຍຊື່ສະມາຊິກທາງການຂອງກຸ່ມ DAG  ຫວຽດນາມ ໄດ້ເພີ່ມ 3 ອົງການຕື່ມອີກຄື: ສະຫະສະມາຄົມປຸງແຕ່ງ ແລະ ສົ່ງອອກສິນໃນນ້ຳ ຫວຽດນາມ (VASEP); ສະມາຄົມອາຊີບຫາປາ ຫວຽດນາມ (VINAFIS); ສູນສຶກສາທຳມະຊາດ (ENV). ສະນັ້ນ, ກຸ່ມ DAG ຫວຽດນາມ ມີ 6 ສະມາຊິກທາງການ.

        ພາລະບົດບາດຕົ້ນຕໍຂອງກຸ່ມ DAG ຫວຽດນາມ ແມ່ນເຕົ້າໂຮມ, ສະເໜີທັດສະນະ ແລະ ຍົກອອກຂໍ້ສະເໜີແນະ, ໃຫ້ຄຳປຶກສາສຳລັບການປະຕິບັດພາກການຄ້າ ແລະ ພັດທະນາແບບຍືນຍົງຂອງສັນຍາ EVFTA, ເໝາະສົມກັບຄຳໝັ້ນສັນຍາໃນສັນຍາ.

ຕອບກັບ