ເພີ່ມທະວີການແກ້ໄຂສະພາບການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ

Chia sẻ
(VOVWORLD) - ເພື່ອຕອບສະໜອງການກວດກາຄັ້ງນີ້, ໄລຍະຜ່ານມາ, ບັນດາກຳລັງປະຕິບັດກົດໝາຍຂອງທະຫານຊາຍແດນ, ກຳລັງກວດກາການປະມົງ, ຕຳຫຼວດທະເລ ຫວຽດນາມ ໄດ້ສຸມກຳລັງຢ່າງສູງສຸດເພື່ອຜັນຂະຫຍາຍບັນດາເນື້ອໃນຂໍ້ສະເໜີແນະກ່ອນນັ້ນຂອງຄະນະກຳມະການເອີລົບ.
ເພີ່ມທະວີການແກ້ໄຂສະພາບການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ - ảnh 1ພາບປະກອບ

ໃນເດືອນພຶດສະພານີ້, ຄະນະນັກກວດກາຂອງຄະນະກຳມະການ ເອີລົບ (EC) ຈະມາ ຫວຽດນາມ ດຳເນີນການກວດກາຄັ້ງທີ 5 ກ່ຽວກັບຕ້ານການຂຸດຄົ້ນສິນໃນນ້ຳແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU). ເພື່ອຕອບສະໜອງການກວດກາຄັ້ງນີ້, ໄລຍະຜ່ານມາ, ບັນດາກຳລັງປະຕິບັດກົດໝາຍຂອງທະຫານຊາຍແດນ, ກຳລັງກວດກາການປະມົງ, ຕຳຫຼວດທະເລ ຫວຽດນາມ ໄດ້ສຸມກຳລັງຢ່າງສູງສຸດເພື່ອຜັນຂະຫຍາຍບັນດາເນື້ອໃນຂໍ້ສະເໜີແນະກ່ອນນັ້ນຂອງຄະນະກຳມະການເອີລົບ. ໃນນັ້ນ, ກຳລັງທະຫານປ້ອງກັນຊາຍແດນໄດ້ຕິດຕັ້ງປ້າຍແນະນຳຂະໜາດໃຫຍ່ວ່າດ້ວຍຂໍ້ກຳນົດກ່ຽວກັບການຈັບຫາປາຢູ່ບັນດາທ່າກ່ຳປັ່ນ ເພື່ອໃຫ້ຊາວປະມົງສາມາດເຫັນໄດ້ກ່ອນອອກໄປຫາປາ. ພ້ອມນັ້ນ, ກໍ່ໄດ້ດຳເນີນການໂຄສະນາ, ກວດກາສະພາບການຂອງບັນດາອຸປະກອນ, ເຄື່ອງຕິດຕໍ່ພົວພັນ, ຈັດໃຫ້ບັນດາເຈົ້າຂອງກ່ຳປັ່ນເຊັນຄຳໝັ້ນສັນຍາບໍ່ລະເມີດການຂຸດຄົ້ນສິນໃນນ້ຳແບບຜິດກົດໝາຍ. ພັນເອກ ຫວູວັນຮຶງ, ຮອງຫົວໜ້າເສນາທິການທະຫານປ້ອງກັນຊາຍແດນ, ກະຊວງປ້ອງກັນປະເທດ ຫວຽດນາມ ໃຫ້ຮູ້ວ່າ:

        “ກະຊວງປ້ອງກັນປະເທດໄດ້ລົງທຶນຈຳນວນເງິນເພື່ອຊື້ບັນດາອຸປະກອນຕິດຕາມການເດີນທາງ. ເລື່ອງຕິດຕາມກວດກາເຄື່ອງຕິດຕາມການເດີນທາງແມ່ນພື້ນຖານເພື່ອຕິດຕາມບັນດາການເຄື່ອນໄຫວຂອງກ່ຳປັ່ນຫາປາບົນທະເລ. ແລະ ໃນວິວັດການຈັດຕັ້ງການລາດຕະເວນ, ຕິດຕາມກວດກາ, ພວກຂ້າພະເຈົ້າຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບກຳລັງຕ່າງໆເພື່ອໂຄສະນາ ແລະ ກວດກາ, ຕໍ່ສູ້, ແກ້ໄຂບັນດາການລະເມີດຢ່າງເດັດຂາດ”.

ຕອບກັບ