ເພີ່ມທະວີການຮ່ວມມືລະຫວ່າງສະພາກາແດງຫວຽດນາມແລະສິງກະໂປ

Chia sẻ
vovworld)-ການ​ພົວພັນ​ລະຫວ່າງ​ສະພາກາ​ແດງ​ຫວຽດນາມ ​ແລະ ສະພາກາ​ແດງ ສິງກະ​ໂປ ​ໃນ​ຊຸມ​ປີຜ່ານມາ ນັບ​ມື້​ນັບ​ສະຫນິດ​ຕິດ​ພັນ​ກວ່າ

ເພີ່ມທະວີການຮ່ວມມືລະຫວ່າງສະພາກາແດງຫວຽດນາມແລະສິງກະໂປ - ảnh 1
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ
ພາບ:baomoi.com


(vovworld)-ການ​ພົວພັນ​ລະຫວ່າງ​ສະພາກາ​ແດງ​ຫວຽດນາມ ​ແລະ ສະພາກາ​ແດງ ສິງກະ​ໂປ ​ໃນ​ຊຸມ​ປີຜ່ານມາ ນັບ​ມື້​ນັບ​ສະຫນິດ​ຕິດ​ພັນ​ກວ່າ. ນີ້​ແມ່ນຄຳ​ຢືນຢັນ​ຂອງ​ທ່ານ ດວານ​ວັນ​ທາຍ, ຮອງ​ປະທານ ທັງ​ເປັນ​ເລຂາທິການ​ໃຫຍ່​ສູນ​ກາງ​ສະພາ​ກາ​ແດງ​ຫວຽດນາມ ຢູ່ ນອກ​ກອງ​ປະຊຸມ​ບັນດາ​ການ​ນຳ​ສະພາກາ​ແດງ, ກາ​ຊີກ​ວົງ​ເດືອນ​ແດງ​ພາກ​ພື້ນ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ຄັ້ງ​ທີ 11 ພວມ​ດຳ​ເນີນ​ໄປ​ຢູ່ ສິງກະ​ໂປ ​ແຕ່​ວັນ​ທີ 24-26/3. ທ່ານ ດວ່າ​ນວັນ​ທາຍ ​ໃຫ້​ຮູ້​ວ່າ ສະພາກາ​ແດງ ສິງ​ກະ​ໂປ ຍາມ​ໃດ​ກໍ​ແມ່ນ​ຫນຶ່ງ​ໃນ​ບັນດາ​ສະພາກາ​ແດງ​ຕ່າງປະ​ເທດ ທຳ​ອິດ ​ໄດ້​ມີ​ການສະຫນັບສະຫນູນ,​ຊ່ວຍ​ເຫລືອ​​ໃຫ້​ແກ່​ຫວຽດນາມ ນັບ​ທັງ​ແຫ​ລ່ງຊັບພະຍາກອນ​ມະນຸດ ​ແລະ ​ແຫ​ລ່ງກຳລັງ ​ເມື່ອ​ຫວຽດນາມ ຖືກ​ປະສົບ​ໄພພິບັດໄພ​ທຳ​ມະ​ຊາດ, ​. ປະຈຸ​ບັນ ສະພາກາ​ແດງ ສິງກະ​ໂປ ​ແມ່ນ​ຫນຶ່ງ​ໃນ​ບັນດາ​ອົງການ​ສະຫນັບສະຫນູນ​ຢ່າງ​ຕັ້ງຫນ້າ​ໂຄງການ“ທະນາ​ຄານ​ງົວ” ຂອງ​ຫວຽດນາມ ດ້ວຍ​ ງົວ​ ຈຳນວນ​ 220 ​ໂຕ​​ໃນຍອດ​ຈຳນວນ 11.000 ​ໂຕ ຊື່​ງສະພາກາ​ແດງ​ຫວຽດນາມ ພວມ​ມີ. ​ແລະ ກໍ​ຕາມ​ທ່ານ ດວານ​ວັນ​ທາຍ​ແລ້ວ,​ນອກຈາກ​ບັນດາ​ການ​ເຄື່ອນ​ໄຫວ​ດັ່ງກ່າວ ສະພາກາ​ແດງ ສິງກະ​ໂປ ຍັງ​ສົມທົບ​ກັບ​ສະພາກາ​ແດງ ຫວຽດນາມ ຈັດ​ຕັ້ງ​ການ​ພົບ​ປະ​ແລກປ່ຽນ​ຊາວ​ຫນຸ່ມ,   ສົ່ງ​ຄະນະ​ຊາວ​ຫນຸ່ມ​ສິງກະ​ໂປ ຫລາຍ​ຄະນະ​ມາ​ຢ້ຽມຢາມ ​ແລະ ​ເຄື່ອນ​ໄຫວ​ຢູ່ ຫວຽດນາມ.