ເພີ່ມທະວີການຮ່ວມມື, ສົມທົບກັນລະຫວ່າງ ຫວຽດນາມ ແລະ ຄະນະເລຂາ ອາຊຽນ

Chia sẻ
(VOVWORLD) - ຂໍ້ລິເລີ່ມເວທີປາໄສອະນາຄົດ ອາຊຽນ ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຮັບການສະໜັບສະໜູນ ແລະ ຕີລາຄາສູງຈາກບັນດາປະເທດ ອາຊຽນ ແລະ ຄູ່ຮ່ວມມື.
ເພີ່ມທະວີການຮ່ວມມື, ສົມທົບກັນລະຫວ່າງ ຫວຽດນາມ ແລະ ຄະນະເລຂາ ອາຊຽນ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ  ບຸຍແທັງເຊີນ ຕ້ອນຮັບທ່ານເລຂາທິການໃຫຍ່ ອາຊຽນ Kao Kim Hourn
(ພາບ: TTXVN)

        ຕອນບ່າຍວັນທີ 23 ເມສາ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະ, ເຮັດວຽກກັບທ່ານເລຂາທິການໃຫຍ່ ອາຊຽນ Kao Kim Hourn, ເນື່ອງໃນໂອກາດທ່ານເຂົ້າຮ່ວມເວທີປາໄສອະນາຄົດ ອາຊຽນ (AFF) ຢູ່ ຮ່າໂນ້ຍ.

        ທີ່ການພົບປະ, ທ່ານລັດຖະມົນຕີ ບຸຍແທັງເຊີນ ປາດຖະໜາວ່າ, ທ່ານເລຂາທິການໃຫຍ່ ອາຊຽນ ຈະສືບຕໍ່ສະໜັບສະໜູນບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ເພື່ອນຳເວທີປາໄສກາຍເປັນກົນໄກແລກປ່ຽນຢ່າງຮອບດ້ານ ແລະ ກວມລວມໃຫ້ບັນດາເຈົ້າໜ້າທີ່ລັດຖະບານ, ນັກຄົ້ນຄວ້າ, ນັກຮຽນຮູ້… ເພື່ອຊອກຫາມາດຕະການແກ້ໄຂໃຫ້ແກ່ບັນຫາສະຖານະການການເມືອງ, ຍຸດທະສາດທີ່ວາງອອກໃຫ້ແກ່ ອາຊຽນ…

        ສ່ວນທ່ານເລຂາທິການໃຫຍ່ ອາຊຽນ Kao Kim Hourn ໃຫ້ຮູ້ວ່າ, ຂໍ້ລິເລີ່ມເວທີປາໄສອະນາຄົດ ອາຊຽນ ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຮັບການສະໜັບສະໜູນ ແລະ ຕີລາຄາສູງຈາກບັນດາປະເທດ ອາຊຽນ ແລະ ຄູ່ຮ່ວມມື. ທ່ານໄດ້ເນັ້ນໜັກເຖິງບຸລິມະສິດໃນບັນດາຂົງເຂດການລົງທຶນ, ການຄ້າ ແລະ ທ່ອງທ່ຽວ, ຖືເປັນສຳຄັນການຮ່ວມມືອະນຸພາກພື້ນ, ໃນນັ້ນມີອະນຸພາກພື້ນແມ່ນ້ຳຂອງ, ໜູນຊ່ວຍຮັດແຄບຊ່ອງຫວ່າງການພັດທະນາ, ເພີ່ມທະວີການເຊື່ອມຕໍ່, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ບັນດາປະເທດສະມາຊິກ ອາຊຽນ.

        ແລະກໍ່ໃນຕອນບ່າຍວັນທີ 23 ເມສາ, ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ໄດ້ພົບປະກັບທ່ານຮອງລັດຖະມົນຕີຜູ້ທີ 2 ກະຊວງການຕ່າງປະເທດ ບຣຸໄນ Darussalam Dato Pehin Erywan Yusof ເນື່ອງໃນໂອກາດທ່ານມາ ຫວຽດນາມ ເຂົ້າຮ່ວມ AFF.

ຕອບກັບ