ເພີ່ມທະວີການພົວພັນລະຫວ່າງ ຫວຽດນາມ - New Zealand

Chia sẻ
ທ່ານ Murray Mccully, ລັດຖະມົນຕີ​ການ​ຕ່າງປະ​ເທດ New Zealand ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ
ເພີ່ມທະວີການພົວພັນລະຫວ່າງ ຫວຽດນາມ - New Zealand - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ Nguyen Xuan Phuc
ຕ້ອນຮັບ​ທ່ານ Murray Mccully, ລັດຖະມົນຕີ​ການ​ຕ່າງປະ​ເທດ New Zealand
(ພາບ: chinhphu.vn)

(vovworld) -     ວັນ​ທີ 8/11, ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນຮັບ​ທ່ານ Murray Mccully, ລັດຖະມົນຕີ​ການ​ຕ່າງປະ​ເທດ New Zealand ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ Nguyen Xuan Phuc ​ຢືນຢັນ​ວ່າ, ຍາມ​ໃດ​ຫວຽດນາມ ກໍ​ຖື​ເປັນ​ສຳຄັນ ​ແລະ ປາດ​ຖະໜາ​ຢາ​ກ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ຢ່າງຮອບດ້ານ​ກັບ New Zealand ຍິ່ງກວ່າ​ອີກ. ທ່ານ​ຮອງ​ນາຍົກລັດຖະມົນຕີ ສະ​ເໜີ​​ໃຫ້​ສອງ​ປະ​ເທດ​ສືບ​ຕໍ່​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ຄື; ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ, ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ…. ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ຫວັງວ່າ New Zealand ສືບ​ຕໍ່​ສະໜັບສະໜູນ ​ແລະ ຊ່ວຍ​ເຫຼືອ​ຫວຽດນາມ ​ໃນ​ວິວັດ​ການ​ເຈລະຈາ​​ເຂົ້າ​ຮ່ວມ​ສັນຍາ​ຄູ່​ຮ່ວມ​ມື​​ເຂດ​ປາຊີ​ຟີ​ກ (TPP).