ຜົນ​ງານ​ປະ​ຕິ​ມະ​ກຳ​ໄມ້ “ເຍິດ​ລອງ​ຢາງ” ສ້າງ​ສະ​ຖິ​ຕິ​​​ຄວັດແກະ​ສະຫຼັກໄມ້ໜ​ຶ່ງ​ດຽວ​ຢູ່ ອາ​ຊີ

Chia sẻ
(VOVWORLD) - ວັນທີ 30 ມິຖຸນາ, ອົງການສະຖິຕິ ອາຊີ (ABR) ໄດ້ຈັດພິທີມອບໃບຢັ້ງຢືນ ສະຖິຕິ ອາຊີ ໃຫ້ແກ່ທ່ານ ເຊິນກ່ຽວຟອງ - ເຈົ້າຂອງກຳມະສິດຜົນງານ “ເຍິດລອງຢາງ” - ເຊິ່ງເປັນຜົນງານປະຕິມະກຳລຳໄມ້ທັງສອງໜ້າ ເຊິ່ງມີຄຸນຄ່າສະຖິຕິເປັນຜົນງານໜຶ່ງດຽວຢູ່ ອາຊີ.
ຜົນ​ງານ​ປະ​ຕິ​ມະ​ກຳ​ໄມ້ “ເຍິດ​ລອງ​ຢາງ” ສ້າງ​ສະ​ຖິ​ຕິ​​​ຄວັດແກະ​ສະຫຼັກໄມ້ໜ​ຶ່ງ​ດຽວ​ຢູ່ ອາ​ຊີ - ảnh 1ຜົນງານປະຕິມະກຳ ໄດ້ແກ້ຄວັດສະຫຼັກຕົ້ນໄມ້ໃຫຍ່ລຳໜຶ່ງ ເຊິ່ງມີອາຍຸຫຼາຍກວ່າ 300 ປີ, ມີຂະໜາດ 06 ແມັດ * 04 ແມັດ, ດ້ວຍນ້ຳໜັກ 8,7 ໂຕນ (ພາບ: kyluc.vn)

ຜົນງານປະຕິມະກຳ ໄດ້ແກ້ຄວັດສະຫຼັກຕົ້ນໄມ້ໃຫຍ່ລຳໜຶ່ງ ເຊິ່ງມີອາຍຸຫຼາຍກວ່າ 300 ປີ, ມີຂະໜາດ 06 ແມັດ * 04 ແມັດ, ດ້ວຍນ້ຳໜັກ 8,7 ໂຕນ. ທາງໜ້າຂອງຜົນງານ ແມ່ນໜ້າໂມງບອກເວລາ 11 ໂມງ 30 ນາທີ ເຊິ່ງເປັນຈຸດເວລາທີ່ຍາດໄດ້ໄຊຊະນະໃນວັນທີ 30 ເມສາ ປີ 1975, ທ້ອນໂຮມປະເທດຊາດເປັນເອກະພາບ ແລະ ຢູ່ອ້ອມໂມງແມ່ນຮູບສັດ 12 ລາສີ ຕາມວັດທະນະທຳ ຂະແມ ແລະ ນົກກາງແກ 12 ໂຕ ເຊິ່ງເປັນສັນຍາລັກຂອງສັນຕິພາບ, ວັດທະນາຖາວອນ ແລະ ຄວາມເສລີພາບ. ທາງຫຼັງ, ທ່ານໄດ້ແກະຄວັດສະຫຼັກຮູບສັດສາວາສິ່ງ 70 ປະເພດ ຢູ່ 3 ຂົງເຂດ: ເທິງບົກ, ໃນນ້ຳ ແລະ ທາງອາກາດ ແນໃສ່ເປັນສັກຍາລັກແກ່ຄວາມອຸດົມສົມບູນຂອງທຳມະຊາດ.


ຕອບກັບ