ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມຄັ້ງທີ 15, ສະພາປະຊາຊົນແຂວງ ບິ່ງເຟືອກ

Chia sẻ
(VOVWORLD) - ກອງປະຊຸມສະພາປະຊາຊົນແຂວງ ບິ່ງເຟືອກ ຈັດຂຶ້ນພາຍຫຼັງກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ຫາກໍ່ສິ້ນສຸດລົງຢ່າງຈົບງາມ
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມຄັ້ງທີ 15, ສະພາປະຊາຊົນແຂວງ ບິ່ງເຟືອກ - ảnh 1(ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ກ່າວຄຳເຫັນໄຂກອງປະຊຸມ)

        ໂດຍສືບຕໍ່ການໄປປະຕິບັດງານຢູ່ບັນດາແຂວງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ແລະ ທິດຕາເວັນອອກພາກໃຕ້, ຕອນເຊົ້າວັນທີ 03 ກໍລະກົດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີນ ໄດ້ເຂົ້າຮ່ວມກອງປະຊຸມຄັ້ງທີ 15, ສະພາປະຊາຊົນແຂວງ ບິ່ງເຟືອກ, ອາຍຸການ 2021 – 2026.

        ກ່າວຄຳເຫັນໄຂກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ໃຫ້ຮູ້ວ່າ, ກອງປະຊຸມສະພາປະຊາຊົນແຂວງ ບິ່ງເຟືອກ ຈັດຂຶ້ນພາຍຫຼັງກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ຫາກໍ່ສິ້ນສຸດລົງຢ່າງຈົບງາມ, ໃນນັ້ນໄດ້ຮັບຮອງເອົາມະຕິວ່າດ້ວຍແຜນນະໂຍບາຍລົງທຶນໂຄງການກໍ່ສ້າງເສັ້ນທາງຄວາມໄວສູງ ເໜືອ - ໃຕ້ ທິດຕາເວັນຕົກ ຕອນຈາກ ຢາເງັ້ຍ (ດັກນົງ) - ເຈີນແທັ່ງ (ບິ່ງເຟືອກ). ນີ້ແມ່ນເສັ້ນທາງຄວາມໄວສູງຈຸດສຸມເຊື່ອມຕໍ່ເຂດ ໄຕງວຽນ ກັບເຂດຕາເວັນອອກພາກໃຕ້ ຫວຽດນາມ, ເຊື່ອມຕໍ່ບັນດາແຂວງ ບິ່ງເຟືອກ, ດັກນົງ ແລະ ບັນດາທ້ອງຖິ່ນອື່ນໃນເຂດກັບນະຄອນ ໂຮ່ຈີມິນ, ສ້າງກຳລັງໜູນພັດທະນາໃໝ່ໃຫ້ແກ່ເຂດ ໄຕງວຽນ ແລະ ເຂດຕາເວັນອອກພາກໃຕ້ ຫວຽດນາມ. ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ, ເນັ້ນໜັກວ່າ:

        “ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແຂວງເພື່ອພັດທະນາຢ່າງວ່ອງໄວ, ຕິດພັນກັບການເຕີບໂຕສີຂຽວ, ຍືນຍົງ. ໃນນັ້ນ, ກຳນົດການພັດທະນາອຸດສາຫະກຳແມ່ນໃຈກາງ; ສຸມໃສ່ດຶງດູດ, ພັດທະນາບັນດາຂະແໜງອຸດສາຫະກຳເຊິ່ງແຂວງມີທ່າແຮງ. ພັດທະນາກະສິກຳແບບຍືນຍົງ ແລະ ມີປະສິດທິຜົນ, ພັດທະນາກະສິກຳນຳໃຊ້ເຕັກໂນໂລຊີສູງ, ກະສິກຳປອດສານຜິດ, ກະສິກຳອົງຄະທາດ”.

ຕອບກັບ