ການເຄື່ອນໄຫວຕ່າງໆຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢູ່ ສ.ເກົາຫຼີ

Chia sẻ
(VOVWORLD) - ທີ່ບັນດາການຕ້ອນຮັບການນຳກຸ່ມບໍລິສັດໃຫຍ່, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ບັນດາກຸ່ມບໍລິສັດແຖວໜ້າຂອງ ສ.ເກົາຫຼີ ຍູ້ແຮງການລົງທຶນເຂົ້າ ຫວຽດນາມ
ການເຄື່ອນໄຫວຕ່າງໆຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢູ່ ສ.ເກົາຫຼີ - ảnh 1(ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບ ທ່ານ Chang In Hwa, ຫົວໜ້າຝ່າຍບໍລິຫານກຸ່ມບໍລິສັດ POSCO)

          ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ, ຕອນເຊົ້າວັນທີ 03 ກໍລະກົດ, ຢູ່ນະຄອນຫຼວງ ເຊີອຸນ, ສ.ເກົາຫຼີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຮັດວຽກກັບການນຳຫຼາຍກຸ່ມບໍລິສັດເສດຖະກິດໃຫຍ່ຂອງ ສ.ເກົາຫຼີ ໃນບັນດາຂົງເຂດ, ຄື: ເຕັກໂນໂລຊີ, ເອເລັກໂຕນິກ, ກໍ່ສ້າງພື້ນຖານໂຄງລ່າງ, ການຄ້າ, ການບໍລິການ, ການຢາ… ນີ້ແມ່ນບັນດາກຸ່ມບໍລິສັດປາດຖະໜາຢາກເປີດກວ້າງການລົງທຶນຢູ່ ຫວຽດນາມ.

          ທີ່ບັນດາການຕ້ອນຮັບການນຳກຸ່ມບໍລິສັດໃຫຍ່, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ບັນດາກຸ່ມບໍລິສັດແຖວໜ້າຂອງ ສ.ເກົາຫຼີ ຍູ້ແຮງການລົງທຶນເຂົ້າ ຫວຽດນາມ, ເພີ່ມທະວີການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ຖ່າຍທອດເຕັກໂນໂລຊີ, ໜູນຊ່ວຍວິສາຫະກິດ ຫວຽດນາມ ເຂົ້າຮ່ວມລະບົບສະໜອງທົ່ວໂລກຂອງບັນດາກຸ່ມບໍລິສັດຢ່າງເລິກເຊິ່ງກວ່າ.

        ສ່ວນການນຳບັນດາກຸ່ມບໍລິສັດແຖວໜ້າຂອງ ສ.ເກົາຫຼີ ລ້ວນແຕ່ຢືນຢັນຖື ຫວຽດນາມ ແມ່ນຈຸດສຸມການລົງທຶນໄລຍະຍາວ ແລະ ປາດຖະໜາຢາກເພີ່ມທະວີການລົງທຶນ, ຮ່ວມມືຢູ່ ຫວຽດນາມ. ທ່ານ Chang In Hwa, ຫົວໜ້າຝ່າຍບໍລິຫານກຸ່ມບໍລິສັດ POSCO, ໃຫ້ຮູ້ວ່າ, ໃນໄລຍະຈະມາເຖິງມີຄວາມຫວັງຢາກຫັນປ່ຽນທ່າກ່ຳປັນສະເພາະເຊິ່ງ POSCO ພວມນຳໃຊ້ຢູ່ ຫວຽດນາມ ໃຫ້ກາຍເປັນທ່າກ່ຳປັນການຄ້າ, ພ້ອມທັງສະເໜີອະນຸຍາດໃຫ້ POSCO ລົງທຶນໂຮງງານໄຟຟ້າອາຍແກັດ LNG ຢູ່ ຫວຽດນາມ. ສ່ວນທ່ານ Kang Seog Hoon, ປະທານທັງເປັນຫົວໜ້າຝ່າຍບໍລິຫານທະນາຄານ KDB ໃຫ້ຮູ້ວ່າ, ຄາດວ່າ KDB ຈະຍູ້ແຮງການລົງທຶນເຂົ້າໃນບັນດາຂົງເຂດຍຸດທະສາດຂອງ ຫວຽດນາມ, ຄື: ເຕັກໂນໂລຊີສູງ, ນະວັດຕະກຳ, ພື້ນຖານໂຄງລ່າງ, ການເຕີບໂຕສີຂຽວ…

ການເຄື່ອນໄຫວຕ່າງໆຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢູ່ ສ.ເກົາຫຼີ - ảnh 2(ພິທີສະເຫຼີມສະຫຼອງ 30 ປີທີ່ບໍລິສັດ Vietnam Airlines ເປີດສາຍການບິນໂດຍກົງ ແລະ ຕ້ອນຮັບຜູ້ໂດຍສານຜູ້ທີ 15 ລ້ານລະຫວ່າງ ຫວຽດນາມ - ສ.ເກົາຫຼີ)

        ແລະກໍ່ໃນຕອນເຊົ້າວັນດ່ຽວກັນຢູ່ ເຊີອຸນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 30 ປີທີ່ບໍລິສັດການບິນແຫ່ງຊາດ ຫວຽດນາມ (Vietnam Airlines) ເປີດສາຍການບິນໂດຍກົງ ແລະ ຕ້ອນຮັບຜູ້ໂດຍສານຜູ້ທີ 15 ລ້ານລະຫວ່າງ ຫວຽດນາມ - ສ.ເກົາຫຼີ. ທີ່ເຫດການ, ບໍລິສັດການບິນ Vietnam Airlines ແລະ ບໍລິສັດການບິນແຫ່ງຊາດ ສ.ເກົາຫຼີ (Korean Air) ໄດ້ລົງນາມໃນຂໍ້ຕົກລົງກ່ຽວກັບການເພີ່ມທະວີ, ຍົກສູງຄຸນນະພາບການສະໜອງການບໍລິການການບິນຢູ່ ຫວຽດນາມ ແລະ ສ.ເກົາຫຼີ.

ການເຄື່ອນໄຫວຕ່າງໆຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢູ່ ສ.ເກົາຫຼີ - ảnh 3 (ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ມີບົດກ່າວປາໄສນະໂຍບາຍຢູ່ມະຫາວິທະຍາໄລແຫ່ງຊາດ ເຊີອຸນ)

          ແລະກໍ່ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມີບົດກ່າວປາໄສນະໂຍບາຍຢູ່ມະຫາວິທະຍາໄລແຫ່ງຊາດ ເຊີອຸນ, ສ.ເກົາຫຼີ.

        ທີ່ການບັນລະຍາຍ, ທ່ານນາຍົກລັດຖະມົນຕີ ກໍ່ໄດ້ສະຫງວນເວລາເພື່ອຕອບຫຼາຍຄຳຖາມຂອງບັນດາສາດສະດາຈານ, ຄູສອນ, ນັກຄົ້ນຄວ້າ, ນັກສຶກສາຂອງມະຫາວິທະຍາໄລແຫ່ງຊາດ ເຊີອຸນ ກ່ຽວກັບບົດຮຽນໃນການຄຸ້ມຄອງແຫ່ງຊາດ; ວິໄສທັດ, ມາດຕະການແກ້ໄຂເພື່ອຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ - ສ.ເກົາຫຼີ.

ແລະກໍ່ໃນ ຕອນບ່າຍວັນກຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໄປຢ້ຽມຢາມຫົວໜ່ວຍເຄິ່ງຊັກນຳໄຟຟ້າຂອງກຸ່ມບໍລິສັດ Samsung ຢູ່ແຂວງ Gyeonggi (ສ.ເກົາຫຼີ).

ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ຫວຽດນາມ ສະແດງຄວາມຊົມເຊີຍ ແລະ ສົ່ງເສີມບັນດານັກລົງທຶນມາລົງທຶນເຂົ້າເຕັກໂນໂລຢີເຄິ່ງຊັກນຳໄຟຟ້າ ແລະ AI, ພ້ອມທັງຊຸກຍູ້ລະບົບນິເວດໃຫ້ບັນດາຂົງເຂດນີ້. ທ່ານເນັ້ນໜັກວ່າ ຫວຽດນາມຈະປະຕິບັດສຳເລັດລະບອບລະບຽບການນະໂຍບາຍ, ການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ທີ່ມີຄຸນນະພາບສູງ, ພັດທະນາພື້ນຖານໂຄງລ່າງ… ຮັບໃຊ້ບັນດາກຸ່ມບໍລິສັດລົງທຶນພັດທະນາຂະແໜງເຄິ່ງຊັກນຳໄຟຟ້າ ໃຫ້ເປັນຢ່າງດີທີ່ສຸດ, ທ່ານເຊື່ອໝັ້ນວ່າ ກຸ່ມບໍລິສັດ Samsung ຍາມໃດກໍ່ຈະພັດທະນາ, ຮ່ວມມືລົງທຶນປະສົບຜົນສຳເລັດ ແລະ ຍືນຍົງຢູ່ ຫວຽດນາມ.

         

ຕອບກັບ