ເປັນ​ຄັ້ງ​ທຳ​ອິດ ​ຫວຽດ​ນາມ ໄດ້​ຮັບ​ການ​ສະ​ເໜີ​ດຳ​ລົງ​ຕຳ​ແໜ່ງ​ປະ​ທານ​ຮ່ວມ​ໂຄງ​ການ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (SEARP) ຂອງ OECD ໄລ​ຍະ 2022 – 2025

Chia sẻ
(VOVWORLD) -ການດຳລົງຕຳແໜ່ງນີ້ແມ່ນໂອກາດສຳຄັນ ເພື່ອໃຫ້ ຫວຽດນາມ ເປັນເຈົ້າການເຂົ້າຮ່ວມຊຸກຍູ້ຄວາມສົນໃຈລວມ ກໍ່ຄືສົມທົບບຸລິມະສິດພັດທະນາໃນ OECD ແລະ ໂຄງການ SEARP, ຊ່ວຍ ຫວຽດນາມ ຍາດແຍ່ງເອົາຄຳປຶກສາ ແລະ ການໜູນຊ່ວຍຂອງ OECD ໃຫ້ແກ່ເປົ້າໝາຍພັດທະນາ
ເປັນ​ຄັ້ງ​ທຳ​ອິດ ​ຫວຽດ​ນາມ ໄດ້​ຮັບ​ການ​ສະ​ເໜີ​ດຳ​ລົງ​ຕຳ​ແໜ່ງ​ປະ​ທານ​ຮ່ວມ​ໂຄງ​ການ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (SEARP)  ຂອງ OECD ໄລ​ຍະ 2022 – 2025 - ảnh 1ກອງປະຊຸມຄັ້ງທີ 8 ຂອງຄະນະປະສານງານໂຄງການແຫ່ງຊາດ ອາຊີຕາເວັນອອກສ່ຽງໃຕ້ (SEARP) (ພາບ: ກະຊວງການຕ່າງປະເທດ ຫວຽດນາມ)

ກອງປະຊຸມຄັ້ງທີ 8 ຂອງຄະນະປະສານງານໂຄງການແຫ່ງຊາດ ອາຊີຕາເວັນອອກສ່ຽງໃຕ້ (SEARP) ຂອງອົງການຮ່ວມມືແລະພັດທະນາເສດຖະກິດ (OCED) ເຊິ່ງດຳເນີນທາງໄກໃນວັນທີ 9 ທັນວາ. ທີ່ກອງປະຊຸມ, ຫວຽດນາມ ແລະ ອົດສະຕາລີ ໄດ້ສະເໜີໃຫ້ດຳລົງຕຳແໜ່ງປະທານຮ່ວມໂຄງການ SEARP ໄລຍະ 2022 – 2025 ແທນໃຫ້ປະເທດ ໄທ ແລະ ສ.ເກົາຫຼີ. ຫວຽດນາມແມ່ນປະເທດທີ 3 ຢູ່ອາຊີຕາເວັນອອກສ່ຽງໃຕ້ ໄດ້ດຳລົງຕຳແໜ່ງນີ້ ຖັດຈາກອິນໂດເນເຊຍ ແລະ ໄທ. ການດຳລົງຕຳແໜ່ງນີ້ແມ່ນໂອກາດສຳຄັນ ເພື່ອໃຫ້ ຫວຽດນາມ ເປັນເຈົ້າການເຂົ້າຮ່ວມຊຸກຍູ້ຄວາມສົນໃຈລວມ ກໍ່ຄືສົມທົບບຸລິມະສິດພັດທະນາໃນ OECD ແລະ ໂຄງການ SEARP, ຊ່ວຍ ຫວຽດນາມ ຍາດແຍ່ງເອົາຄຳປຶກສາ ແລະ ການໜູນຊ່ວຍຂອງ OECD ໃຫ້ແກ່ເປົ້າໝາຍພັດທະນາ. ເລື່ອງ OECD ເຊີນ ຫວຽດນາມ ດຳລົງຕຳແໜ່ງນີ້ ເປັນການຢັ້ງຢືນຄວາມຮັບຮູ້ຕໍ່ຖານະບົດບາດ, ທີ່ຕັ້ງຂອງ ຫວຽດນາມ ໃນພາກພື້ນ, ກໍ່ຄືການປະກອບສ່ວນຂອງ ຫວຽດນາມ ທີ່ມີຕໍ່ SEARP ໃນໄລຍະຜ່ານມາ, ໂດຍເຊື່ອໝັ້ນວ່າ ຫວຽດນາມ ອາດຈະເຊື່ອມຕໍ່ OECD ເຂົ້າກັບພາກພື້ນ ໃນຂົງເຂດທີ່ມີຄວາມສົນໃຈລວມນີ້ ຢ່າງມີປະສິດທິຜົນ.

ຕອບກັບ