ເປີດກວ້າງ ແລະ ຍົກສູງປະສິດທິຜົນຂອງການເຄື່ອນໄຫວພົວພັນຕ່າງປະເທດປະຊາຊົນຂອງ ແນວໂຮມປະເທດຊາດຫວຽດນາມ ໃນໄລຍະປັດຈຸບັນ

Chia sẻ
(VOVWORLD) -ແນວໂຮມໄດ້ຊຸກຍູ້ການພົວພັນກັບບັນດາຄູ່ຮ່ວມມືທີ່ມີມາແຕ່ດົນນານຄື ລາວ, ກໍາປູເຈຍ, ກູບາ ແລະ ຈີນ. 
ເປີດກວ້າງ ແລະ ຍົກສູງປະສິດທິຜົນຂອງການເຄື່ອນໄຫວພົວພັນຕ່າງປະເທດປະຊາຊົນຂອງ ແນວໂຮມປະເທດຊາດຫວຽດນາມ ໃນໄລຍະປັດຈຸບັນ - ảnh 1ທ່ານ ຟຸ່ງແຄ໊ງຕ່າຍ, ຮອງປະທານຄະນະກໍາມະການສູນກາງ ແນວໂຮມປະເທດຊາດຫວຽດນາມ 

  “ເປີດກວ້າງ ແລະ ຍົກສູງປະສິດທິຜົນຂອງການເຄື່ອນໄຫວພົວພັນຕ່າງປະເທດປະຊາຊົນຂອງ ແນວໂຮມປະເທດຊາດຫວຽດນາມ ໃນໄລຍະປັດຈຸບັນ”. ນີ້ແມ່ນຫົວຂໍ້ຂອງກອງປະຊຸມສໍາມະນາທີ່ດໍາເນີນໃນຕອນເຊົ້າວັນທີ 10 ກໍລະກົດ ຢູ່ຮ່າໂນ້ຍ. ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ຟຸ່ງແຄ໊ງຕ່າຍ, ຮອງປະທານຄະນະກໍາມະການສູນກາງ ແນວໂຮມປະເທດຊາດຫວຽດນາມ, ຊີ້ແຈ້ງວ່າ ໃນໄລຍະຜ່ານມາ, ແນວໂຮມປະເທດຊາດຫວຽດນາມ ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າເຂົ້າໃນການເຄື່ອນໄຫວພົວພັນຕ່າງປະເທດປະຊາຊົນ. ນີ້ກໍແມ່ນໜຶ່ງໃນບັນດາໜ້າທີ່ສໍາຄັນທີ່ສຸດຂອງວຽກງານແນວໂຮມປະເທດຊາດ. ກໍຕາມທ່ານຟຸ່ງແຄ໊ງຕ່າຍ ແລ້ວ,ໃນໄລຍະຜ່ານມາ, ແນວໂຮມ ແລະ ບັນດາອົງການຈັດຕັ້ງສະມາຊິກ ກໍຕ້ັງໜັ້າເຂົ້າຮ່ວມການຂົນຂວາຍ, ຕໍ່ສູ້, ປົກປັກຮັກສາອະທິປະໄຕ, ຜົນປະໂຫຍດຂອງປະເທດຊາດ. ແນວໂຮມກໍໄດ້ຊຸກຍູ້ການພົວພັນກັບບັນດາຄູ່ຮ່ວມມືທີ່ມີມາແຕ່ດົນນານຄື ລາວ, ກໍາປູເຈຍ, ກູບາ ແລະ ຈີນ ກໍຄືບັນດາອົງການຈັດຕັ້ງຄູ່ຮ່ວມມືທີ່ມີໜ້າທີ່ຄ້າຍຄືກັນຢູ່ ສິງກະໂປ, ເຢຍລະມັນ ແລະ ຝລັ່ງ. ທ່ານກ່າວວ່າ:

        “ໃນສະພາບການໂລກສືບຕໍ່ມີບັນດາການຜັນແປ່ຢ່າງສັບສົນ, ກໍ່ຜົນກະທົບຢ່າງແຮງເຖິງສະພາບຄວາມໝັ້ນຄົງຂອງການພັດທະນາຂອງບັນດາປະເທດ, ຕະຫຼອດຮອດຂະບວນການປະຊາຊົນໂລກ ແລະ ວຽກງານການພົວພັນຕ່າງປະເທດປະຊາຊົນນັ້ນ ການພົວພັນຕ່າງປະເທດຂອງແນວໂຮມປະເທດຊາດຫວຽດນາມ, ບັນດາອົງການຈັດຕັ້ງມະຫາຊົນ ແລະ ບັນດາອົງການຈັດຕັ້ງສະມາຊິກ ໄດ້ປະກອບສ່ວນສໍາຄັນ ພ້ອມກັບກັບການພົວພັນຕ່າງປະເທດ ຂອງພັກ ແລະ ການຕ່າງປະເທດຂອງ ລັດ ອັນໄດ້ສ້າງກໍາລັງແຮງສັງລວມ ປະຕິບັດເປົ້າໝາຍຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ເປີດກວ້າງການພົວພັນມິດຕະພາບ, ການຮ່ວມມື, ສ້າງເງື່ອນໄຂສະດວກໃຫ້ແກ່ຂະບວນວິວັດແຫ່ງການປ່ຽນແປງໃໝ່, ກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດໃນຍຸກສະໄໝເຊື່ອມໂຍງເຂົ້າກັບສາກົນ, ຍົກສູງທີ່ຕັ້ງບົດບາດ ແລະ ອິດທິພົນຊື່ສຽງຂອງຫວຽດນາມ ໃນເວທີສາກົນ”.


ຕອບກັບ