ເດັກ​ນ້ອຍ​ຫວຽດ​ນາມ ນັບ​ລ້ານ​ຄົນ ໄດ້​ຮັບ​ການ​ປົກ​ປ້ອງ​ຈາກ​ການ​ສັກ​ວັກ​ຊິນ

Chia sẻ
(VOVWORLD) - ທ່ານນາງ Rana Flowers ຫົວໜ້າ UNICEF ປະຈຳ ຫວຽດນາມ ໃຫ້ຮູ້ວ່າ: ໂຄງການສັກວັກຊິນຂອງ ຫວຽດນາມ ໄດ້ປະກອບສ່ວນກູ້ເອົາຊີວິດເດັກນ້ອຍ ແລະ ຫຼຸດຜ່ອນຜົນກະທົບຢ່າງຮ້າຍແຮງຂອງພະຍາດຊະນິດຕ່າງໆ ທີ່ອາດຈະປ້ອງກັນໄດ້.
ເດັກ​ນ້ອຍ​ຫວຽດ​ນາມ ນັບ​ລ້ານ​ຄົນ ໄດ້​ຮັບ​ການ​ປົກ​ປ້ອງ​ຈາກ​ການ​ສັກ​ວັກ​ຊິນ - ảnh 1ພາບປະກອບ: baochinhphu.vn

ວັນທີ 25 ເມສາ, ອົງການອະນາໄມ ໂລກ (WHO) ແລະ ກອງທຶນເພື່ອເດັກ ສປຊ (UNICEF) ປະຈຳ ຫວຽດນາມ ໄດ້ ປະກາດລວມເພື່ອສະເຫຼີມສະຫຼອງ ສັບປະດາສັກວັກຊິນໂລກ. ໃນປະກາດ, ສອງອົງການນີ້ໄດ້ເນັ້ນໜັກວ່າ ການສັກວັກຊິນ ໄດ້ປົກປ້ອງເດັກນ້ອຍນັບລ້ານຄົນຢູ່ ຫວຽດນາມ ຈາກພະຍາດຫຼາຍຊະນິດໃນໄລຍະ 40ປີກ່ວາຜ່ານມາ. ຈຳນວນເດັກນ້ອຍເສຍຊີວິດຍ້ອນພະຍາດຕ່າງໆອາດຈະໄດ້ຮັບການປ້ອງກັນ ດ້ວຍການສັກວັກຊິນ ໄດ້ຫຼຸດລົງຫຼາຍພໍສົມຄວນນັບແຕ່ເວລາ ຫວຽດນາມ ເລີ່ມຕົ້ນຜັນຂະຫຍາຍໂຄງການສັກວັກຊິນເປີດກວ້າງແຫ່ງຊາດ ໃນປີ 1981, ດ້ວຍເປົ້າໝາຍຮັບປະກັນວ່າ ເດັກນ້ອຍໝົດທຸກຄົນໃນທົ່ວປະເທດ ລ້ວນແຕ່ໄດ້ສຳຜັດກັບການສັກວັກຊິນປ້ອງກັນ, ຕ້ານພະຍາດ.

ທ່ານນາງ Rana Flowers ຫົວໜ້າ UNICEF ປະຈຳ ຫວຽດນາມ ໃຫ້ຮູ້ວ່າ: ໂຄງການສັກວັກຊິນຂອງ ຫວຽດນາມ ໄດ້ປະກອບສ່ວນກູ້ເອົາຊີວິດເດັກນ້ອຍ ແລະ ຫຼຸດຜ່ອນຜົນກະທົບຢ່າງຮ້າຍແຮງຂອງພະຍາດຊະນິດຕ່າງໆ ທີ່ອາດຈະປ້ອງກັນໄດ້.

ຕອບກັບ