ເຈົ້າໜ້າທີ່ ອາເມລິກາ ແລະ ຈີນ ໂອ້ລົມທາງໂທລະສັບກ່ຽວກັບບັນດາບັນຫາການຄ້າສໍາຄັນ

Chia sẻ
(VOVWORLD) -ສອງຝ່າຍໄດ້ເຫັນດີຮັກສາການຕິດຕໍ່ພົວພັນກ່ຽວກັບບັນດາບັນຫາທີ່ຍັງຄົງຄ້າງໃນການເຈລະຈາໄລຍະໜຶ່ງ. 
ເຈົ້າໜ້າທີ່ ອາເມລິກາ ແລະ ຈີນ ໂອ້ລົມທາງໂທລະສັບກ່ຽວກັບບັນດາບັນຫາການຄ້າສໍາຄັນ - ảnh 1ບັນດານັກເຈລະຈາດ້ານການຄ້າແຖວໜ້າຂອງ ຈີນ ແລະ ອາເມລິກາ (ພາບປະກອບ: TTXVN) 

ກະຊວງການຄ້າ ຈີນ ໃຫ້ຮູ້ວ່າ ບັນດານັກເຈລະຈາດ້ານການຄ້າແຖວໜ້າຂອງ ຈີນ ແລະ ອາເມລິກາ ໄດ້ໂອ້ລົມທາງໂທລະສັບໃນຕອນເຊົ້າວັນທີ 26 ພະຈິກ, ໃນສະພາບການສອງຝ່າຍພວມພະຍາຍາມ ມຸ່ງໄປສູ່ການບັນລຸໄດ້ຂໍ້ຕົກລົງເບື້ອງຕົ້ນ “ໄລຍະໜຶ່ງ” ເພື່ອຢຸດຕິຄວາມເຄັ່ງຕຶງດ້ານການຄ້າ ເຊິ່ງແກ່ຍາວມາເປັນເວລາຫຼາຍເດືອນ. ໃນການໂອ້ລົມສົນທະນາ, ສອງຝ່າຍໄດ້ເຫັນດີຮັກສາການຕິດຕໍ່ພົວພັນກ່ຽວກັບບັນດາບັນຫາທີ່ຍັງຄົງຄ້າງໃນການເຈລະຈາໄລຍະໜຶ່ງ, ປຶກສາຫາລືກ່ຽວກັບບັນດາບັນຫາຫຼັກທີ່ມີຄວາມເປັນຫ່ວງກັງວົນ ແລະ ມຸ່ງໄປສູ່ການເຫັນດີເປັນເອກະພາບກັນ ກ່ຽວກັບການແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງ.


ຕອບກັບ