ເງິນລົງທຶນໂດຍກົງຈາກຕ່າງປະເທດເດືອນ8ເຕີບໂຕແຮງ

Chia sẻ
(vovworld) – ຕາມ​ກະຊວງ​ແຜນການ ​ແລະ ການ​ລົງທຶນ, ​ໄລ່​ແຕ່​ຕົ້ນປີມາ​ຮອດ​ປະຈຸ​ບັນ, ຫວຽດນາມ ດຶງ​ດູດເງິນ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ​ໄດ້ 13 ຕື້ 330 ລ້ານ USD, ​ເພີ່ມຂຶ້ນ 7,6% ​
ເງິນລົງທຶນໂດຍກົງຈາກຕ່າງປະເທດເດືອນ8ເຕີບໂຕແຮງ - ảnh 1
(ພາບປະກອບ)

(vovworld) – ຕາມ​ກະຊວງ​ແຜນການ ​ແລະ ການ​ລົງທຶນ, ​ໄລ່​ແຕ່​ຕົ້ນປີມາ​ຮອດ​ປະຈຸ​ບັນ, ຫວຽດນາມ ດຶງ​ດູດເງິນ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ​ໄດ້ 13 ຕື້ 330 ລ້ານ USD, ​ເພີ່ມຂຶ້ນ 7,6% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນຂອງ​ປີ​ກາຍ​ນີ້. ​ໃນ​ເດືອນ 8, ຜ່ານ​ມາບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ ​ໄດ້​ເຂົ້າ​ລົງທຶນ​ 17 ຂົງ​ເຂດ, ​ໃນ​ນັ້ນ ມີ​ຂົງ​ເຂດ​ອຸດສາຫະກຳຜະລິດ​ປຸງ​ແຕ່ງ, ການປະດິດ​ສ້າງ​ອັນ​ໄດ້ດຶງ​ດູດ​ຄວາມ​ສົນ​ໃຈ​ຫລາຍ​ຢ່າງຈາກ​ນັກ​ລົງທຶນ​ຕ່າງປະ​ເທດ ດ້ວຍ​ກ່ວາ 900 ​ໂຄງການ, ລວມຍອດ​ເງິນລົງທຶນ 10 ຕື້ 350 ລ້ານ USD.