ເຂດເສດຖະກິດຈຸດສຸມເຂດທົ່ງພຽງແມ່ນ້ຳຂອງພັດທະນາເສດຖະກິດສັງຄົມຕິດພັນກັບການປ່ຽນແປງຂອງດິນຟ້າອາກາດ

Chia sẻ
(vovworld) – ​ ຕອນ​ບ່າຍ​ວັນ​ທີ 01/11, ຜູ້ຕາງໜ້າ 4 ​ແຂວງ​ເຂດ​ເສດຖະກິດ​ຈຸດ​ສຸມ​ເສດຖະກິດ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ລວມມີ: ອານ​ຢາງ, ກຽນຢາງ, ກາ​ເມົາ ​ແລະ ນະຄອນ ​ເກີນ​ເທີ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສະພາ​ຄັ້ງ​ທີ 1 ປີ 2016
ເຂດເສດຖະກິດຈຸດສຸມເຂດທົ່ງພຽງແມ່ນ້ຳຂອງພັດທະນາເສດຖະກິດສັງຄົມຕິດພັນກັບການປ່ຽນແປງຂອງດິນຟ້າອາກາດ - ảnh 1
ກອງ​ປະຊຸມ​ສະພາ​ຄັ້ງ​ທີ 1 ປີ 2016
(ພາບ: TTXVN)

(vovworld) – ​ ຕອນ​ບ່າຍ​ວັນ​ທີ 01/11, ຜູ້ຕາງໜ້າ 4 ​ແຂວງ​ເຂດ​ເສດຖະກິດ​ຈຸດ​ສຸມ​ເສດຖະກິດ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ລວມມີ: ອານ​ຢາງ, ກຽນຢາງ, ກາ​ເມົາ ​ແລະ ນະຄອນ ​ເກີນ​ເທີ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສະພາ​ຄັ້ງ​ທີ 1 ປີ 2016 ​ເພື່ອ​ປຶ​ກສາ​ຫາລື​ເນື້ອ​ໃນ​ແຜນການ​ຮ່ວມ​ສຳພັນ​ສົມທົບ​ກັນ​ທົ່ວ​ເຂດ​ເສດຖະກິດ​ຈຸດ​ສຸມ​ໄລຍະ​ປີ 2016 – 2020. ທີ່​ກອງ​ປະຊຸມ ຜູ້ຕາງໜ້າ​ຄະນະ​ຊີ້​ນຳທິດຕາ​ເວັນ​ຕົກ​ພາກ​ໃຕ້ ​ແລະ ການ​ນຳ 4 ​​ແຂວງ​ເຂດ​ເສດຖະກິດ​ຈຸດ​ສຸມ ພ້ອມ​ກັນ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ປະຕິບັດ​ແຜນ​ສັງ​ລວມກ່ຽວ​ກັບການ​ພັດທະນາ​ເສດຖະກິດ-​ສັງຄົມ​ເຂດຈຸດ​ສຸມ​ທົ່ງພຽງ​ແມ່​ນ້ຳຂອງ, ຕິດ​ພັນ​ກັບ​ມາດ​ຕະການ​ພັດທະນາ​ແບບ​ຍືນ​ຍົງ​ໃນ​ເງື່ອນ​ໄຂ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​​ອາກາດ ​ແລະ ຄຸ້ມ​ຄອງ​ຊັບພະຍາກອນ​ນ້ຳຂອງ​ເຂດ. ບັນດາ​ແຂວງ​ສະ​ແດງ​ຄວາມ​ປາດ​ຖະໜາ​ຢາກ ສົມທົບ​ກັນ​ສ້າງ​ບັນດາ​ໂຄງການ​ເຊື່ອມ​ຕໍ່​ພັດທະນາ​ແບບ​ຍືນ​ຍົງ​ເຂດສີ່ຫຼ່ຽມ ລອງຊວຽນ; ພັດທະນາ​ໂຄງ​ປະກອບ​ໂຄງ​ລ່າງ​ເສດຖະກິດ - ສັງຄົມ. ນອກຈາກ​ນັ້ນ ບັນດາ​ແຂວງ​ກໍ່​ສະ​ເໜີ​ແນະ​ກົນ​ໄກ, ນະ​ໂຍບາຍ​ໜູນຊ່ວຍ​ການ​ຮ່ວມ​ສຳພັນ​ພັດທະນາ​ເສດຖະກິດ - ສັງຄົມ​​ເຂດ​ເສດຖະກິດ​ຈຸດ​ສຸມ​ຂອງ​ເຂດ.