ຮອງລັດຖະມົນຕີກະຊວງປ້ອງກັນປະເທດຕ້ອນຮັບຜູ້ຕາງໜ້າຂອງປະທານາທິບໍດີອາເມລິກາ

Chia sẻ
ທ່ານ​ພົນ​​ໂທ ຫງວຽນ​ຈີ໋ວີ້ງ, ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ, ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Evan Medeiros
ຮອງລັດຖະມົນຕີກະຊວງປ້ອງກັນປະເທດຕ້ອນຮັບຜູ້ຕາງໜ້າຂອງປະທານາທິບໍດີອາເມລິກາ - ảnh 1
ທ່ານ​ພົນ​​ໂທ ຫງວຽນ​ຈີ໋ວີ້ງ ແລະ ທ່ານ Evan Medeiros
(ພາບ: baomoi.com)

(vovworld) – ຕອນ​ບ່າຍ​ວັນ​ທີ 14/7, ຢູ່​ຮ່າ​ໂນ້ຍ, ທ່ານ​ພົນ​​ໂທ ຫງວຽນ​ຈີ໋ວີ້ງ, ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ, ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Evan Medeiros, ຜູ້ຕາງໜ້າ​ຂອງ​ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ ພວມ​ມີ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ພົນ​ໂທ ຫງວຽນ​ຈີ໋ວີ້ງ, ​ເນັ້ນ​ໜັກ​ວ່າ: ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ການ​ພົວພັນ​ລະ​ຫວ່າງ ຫວຽດນາມ ​ແລະ ອາ​ເມ​ລິ​ກາ ມີ​ການ​ພັດທະນາ​ຕາມ​ທິດ​ນັບ​ມື້​ນັບ​ດີງາມ. 2 ປະ​ເທດ​ໄດ້​ສ້າງ​ຕັ້ງ​ກາ​ນພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ, ​ໃນ​ນັ້ນ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດມີ​ບາດກ້າວ​ພັດທະນາ​ໃໝ່​ໃນ​ບັນດາ​ຂົງ​ເຂດ​ຄື: ການ​ຮ່ວມ​ມື​ບຳລຸງ​ສ້າງ​ພະນັກງານ, ​ແລກປ່ຽນ​ບົດຮຽນ​ໜູນ​ຊ່ວຍ​ມະນຸດສະທຳ, ຮັບ​ມື​ກັບ​ໄພພິບັດ​ທຳ​ມະ​ຊາດ, ຮັບປະກັນ​ຄວາມ​ສະຫງົບ ​ແລະ ຄວາມປອດ​ໄພ​ໃນ​ການ​ເດີນ​ທະ​ເລ..​.​ ທ່ານ​ Evan Medeiros, ​ເຫັນ​ດີ​ເປັນ​ເອກະສັນ​ໃນ​ໄລຍະ​ຈະ​ມາ​ເຖິງ, 2 ຝ່າຍ​ຄວນ​ເພີ່ມ​ທະວີ​ການ​ຮ່ວມ​ມືໃນ​ຂົງ​ເຂດ​ຕ່າງໆ​ຄື: ​ແບ່ງປັນ​ຂໍ້​ມູນ​ຂ່າວ, ​ແລກ​ປ່ຽນ​ຄະນະ​ທະຫານ​ຂັ້ນ​ສູງ, ປະຕິບັດ​ບົດ​ບັນທຶກ​ຊ່ວຍ​ຈຳ​ດ້ານ​ປ້ອງ​ກັນຊາ​ດ 2 ຝ່າຍ​ເປັນ​ຢ່າງ​ດີ, ປະກອບສ່ວນ​ຍົກ​ສູງ​ປະສິດທິ​ຜົນ​ການ​ຮ່ວມ​ມືປ້ອງ​ກັນຊາ​ດ, ຍູ້​ໄວ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກສົງຄາມ​ຢູ່ ຫວຽດນາມ.