ຮອງນາຍົກລັດຖະມົນຕີເວືອງດິ່ງເຫ້ວຕ້ອນຮັບສະຫະສະມາຄົມວິສາຫະກິດເອີລົບ

Chia sẻ
(VOVWORLD) -ຕອນບ່າຍວັນທີ 29 ສິງຫາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ໄດ້ໃຫ້ການຕ້ອນຮັບສະຫະສະມາຄົມວິສາຫະກິດເອີລົບ (Eurocham) ໂດຍທ່ານ Jen Ruebbert, ປະທານສະຫະສະມາຄົມນຳໜ້າ.

ຮອງນາຍົກລັດຖະມົນຕີເວືອງດິ່ງເຫ້ວຕ້ອນຮັບສະຫະສະມາຄົມວິສາຫະກິດເອີລົບ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ

ຕ້ອນຮັບທ່ານ Jen Ruebbert, ປະທານສະຫະສະມາຄົມ

(ພາບ: baochinhphu.vn)

ທີ່ການຕ້ອນຮັບ, ທ່ານ Jen Ruebbert ໃຫ້ຮູ້ວ່າ: Eurocham ຕີລາຄາສູງໝາກຜົນການປະຕິຮູບບໍລິຫານ, ສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດທີ່ສະດວກສະບາຍ, ກະຈ່າງແຈ້ງຂອງລັດຖະບານຫວຽດນາມ. Eurocham ກໍ່ຖືວ່າ ສະຫະພາບເອີລົບ ແລະ ຫວຽດນາມ ຄວນສຳເລັດການລົງນາມໂດຍໄວ ເພື່ອປະຕິບັດສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ແລະ Eurocham ເອງກໍຈະມານະພະຍາຍາມ, ພົບປະແລກປ່ຽນກັບສະຫະພັນລັດຖະສະພາເອີລົບ, ສະເໜີໃຫ້ອີຢູ ໃຫ້ສັດຕະຍາບັນສັນຍາດັ່ງກ່າວ “ຍິ່ງໄວກໍ່ຍິ່ງດີ” ເພື່ອຜົນປະໂຫຍດຂອງບັນດາວິສາຫະກິດ ແລະ ປະຊາຊົນ.

        ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ຕີລາຄາສູງບັນດາການປະກອບສ່ວນຂອງ Eurocham ທີ່ສະຫງວນໃຫ້ແກ່ຫວຽດນາມ ແລະ ສະພາໃຫ້ຄຳປຶກສາປະຕິຮູບລະບຽບການບໍລິຫານຂອງນາຍົກລັດຖະມົນຕີ ແລະ ເລື່ອງສ້າງປື້ມປົກຂາວຫວຽດນາມ ໃນໄລຍະຜ່ານມາ, ໂດຍສະເພາະແມ່ນໃນຂົງເຂດເພີ່ມທະວີກຳລັງແກ່ງແຍ້ງ ແລະ ປັບປຸງກອບກົດໝາຍ.

ຕອບກັບ