ຮອງນາຍົກລັດຖະມົນຕີຟ້າມບິ່ງມິງເຈລະຈາກັບລັດຖະມົນຕີວ່າການກະຊວງການຕ່າງປະເທດສະວິດ

Chia sẻ
ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສະ​ວິດ Didier Burkhalter ຢັ້ງ​ຢືນ​ວ່າລັດ​ຖະ​ບານ ສະ​ວິດ ປາດ​ຖະ​ໜາ​ຢາກ​ຊຸກ​ຍູ້​ການ​ພົວ​ພ​ັນ​ຮ່ວມ​ມື​ທີ່ມີ​ປະ​ສິດ​ທິ​ຜົນ ແລະ ​ເຂັ້ມແຂງ​ກັບ ຫວຽດ​ນາມ.
ຮອງນາຍົກລັດຖະມົນຕີຟ້າມບິ່ງມິງເຈລະຈາກັບລັດຖະມົນຕີວ່າການກະຊວງການຕ່າງປະເທດສະວິດ - ảnh 1
ຮອງນາຍົກລັດຖະມົນຕີຟ້າມບິ່ງມິງເຈລະຈາກັບລັດຖະມົນຕີວ່າການ
ກະຊວງການຕ່າງປະເທດສະວິດ
(ພາບ:
VGP/Hải Minh)

(vovworld) – ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຟ້າມ​ບີ່ງ​ມິງ, ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສະ​ວິດ Didier Burkhalter ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັ​ນ​ທາງ​ການ​ແຕ່​ວັນ​ທີ 1 – 2/6/2015. ທີ່​ການ​ເຈ​ລະ​ຈາ​ໃນ​ຕອນ​ເຊົ້າ​ວັນ​ທີ 2/6, ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສະ​ວິດ Didier Burkhalter ຢັ້ງ​ຢືນ​ວ່າລັດ​ຖະ​ບານ ສະ​ວິດ ປາດ​ຖະ​ໜາ​ຢາກ​ຊຸກ​ຍູ້​ການ​ພົວ​ພ​ັນ​ຮ່ວມ​ມື​ທີ່ມີ​ປະ​ສິດ​ທິ​ຜົນ ແລະ ​ເຂັ້ມແຂງ​ກັບ ຫວຽດ​ນາມ. 2 ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ສັນ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ, ສືບ​ຕໍ່​ຜັນ​ຂະ​ຫຍາຍ​ບັນ​ດາ​ກົນ​ໄກ​ໂອ້​ລົມ​ສົນ​ທະ​ນາ​ກ່ຽວ​ກັບ​ດ້ານ​ການ​ເມືອງ​ທີ່​ມີ​ຢູ່​ແລ້ວ​ລະ​ຫວ່າງ​ກະ​ຊວງ​ການ​ຕ່າງ​ປະ​ເທດ 2 ປະ​ເທດ, ​ສົມ​ທົບ​ກັນ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ 45 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ໃນ​ປີ 2016. 2 ຝ່າຍ​ສົ່ງ​ເສີມ ແລະ ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​​ບັນ​ດາ​ວິ​ສາ​ຫະ​ກິດ ແລະ ນັກ​ລົງ​ທຶນ 2 ປະ​ເທດ​ເພີ່ມ​ທະ​ວີ​ການ​ພົບ​ປະ, ຊອກ​ຮູ້​ຕະຫຼາດ, ເຊື່ອມ​ຕໍ່​ການ​ຮ່ວມ​ມື, ພິ​ເສດ​​ແມ່ນໃນ​ບັນ​ດາ​ຂົງ​ເຂດ​​​ເຊິ່ງທັງ 2 ຝ່າຍ​ມີ​ທ່າ​ແຮງ ແລະ ​ມີຄວາມ​ຕ້ອງ​ການ ແລະ ເຊັນ​​ອະ​ນຸ​ສັນ​ຍາ​ປັບ​ປຸງ​ສົນ​ທິ​ສັນ​ຍາ​ຂົນ​ສົ່ງ​ດ້ານການ​ບິນ ຫວຽດ​ນາມ - ສະ​ວິດ​ໂດຍ​ໄວ. ພ້ອມ​ທັງ​ເປີດ​ກ້​ວາງ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ຄື:ສຶກ​ສາ - ບຳ​ລຸງ​ສ້າງ, ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຢີ, ສາ​ທາ​ລະ​ນະ​ສຸກ ແລະ ວັດ​ທະ​ນະ​ທຳ, ການ​ທ່ອງ​ທ່ຽວ​ເພື່ອ​ແນ​ໃສ່​ຂຸດ​ຄົ້ນ​ບັນ​ດາ​ທ່າ​ແຮງ​ຂອງ​ແຕ່​ລະ​ປະ​ເທດກໍ່​ຄື​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງ​ກັນ ແລະ ກັນ​ລະ​ຫວ່າງ​ປະ​ຊາ​ຊົນ 2 ປະ​ເທດ. 2 ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ສັນ​ຊຸກ​ຍູ້​ການ​​ການ​ເຈ​ລະ​ຈາ​ສັນ​ຍາ​ກາ​ນ​ຄ້າ​ເສ​ລີ​ລະ​ຫ​ວ່າງ ຫວຽດ​ນາມ ແລະ ກຸ່ມ​ການ​ຄ້າ​ເສ​ລີ ເອີ​ລົບ (EFTA) ໃຫ້​ສຳ​ເລັດ, ສ້າງ​ຂອບ​ເຂດ​ສະ​ດວກ​ເປີດ​ກ້​ວາງ​ການ​ຮ່ວມ​ມື​​ດ້ານການ​ຄ້າ, ການ​ລົງ​ທຶນ​ລະ​ຫວ່າງ 2 ຝ່າຍ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

        ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ, 2 ຝ່າຍ​ແບ່ງ​ປັນ​​ຄວາມ​ວິ​ຕົກ​ວັງ​ວົນ​ຕໍ່​ກັບ​ບັນ​ດາ​ການ​ຜັນ​ແປມໍ່ໆ​ມານີ້, ເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນ​ຕ້ອງ​ຮັບ​ປະ​ກັນ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ຮັກ​ສາ​ຄວາມ​ໝັ້ນ​ຄົງ, ຄວາມ​ປອ​ດ​ໄພ ແລະ ​ຄວາມເສ​ລີ​​ໃນ​ການການ​ເດີນ​ທະ​ລ, ການ​ບິນ​ບົນ​ທະ​ເລ​ຕາ​ເວັນ​ອອກ ເໝາະ​ສົມ​ກັບ​ກົດ​ໝາຍ​ສ​າ​ກົນ, ພິ​ເສດ​ແມ່ນ​ສົນ​ທິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ (UNCLOS) ປີ 1982 ກໍ່​ຄື​ຖະ​ແຫຼງ​ການ​ກ່ຽວ​ກັບ​ການ​ປະ​ພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ.