ຮັດ​ແໜ້ນ​ການ​ພົວ​ພັນ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ

Chia sẻ
(VOVWORLD) - ກະຊວງປ້ອງກັນປະເທດ ຫວຽດນາມ ຍາມໃດກໍ່ສະໜັບສະໜູນ ແລະ ພ້ອມແລ້ວທີ່ຈະໜູນຊ່ວຍກະຊວງປ້ອງກັນປະເທດ ລາວໃນການຈັດຕັ້ງສຳເລັດບັນດາເຫດການ ທາງການທະຫານ - ປ້ອງກັນຊາດ ໃນຂອບເຂດ ອາຊຽນ 2024.
ຮັດ​ແໜ້ນ​ການ​ພົວ​ພັນ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ - ảnh 1ທ່ານພົນໂທ ຫງວຽນເຕິນເກືອງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ພົບປະກັບທ່ານພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ (ພາບ: VOV)

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມວົງແຄບ ລັດຖະມົນຕີກະຊວງປ້ອງກັນປະເທດ ບັນດາປະເທດສະມາຊິກ ອາຊຽນ (ADMM ວົງແຄບ) ຢູ່ຫຼວງພະບາງ ລາວ, ຕອນບ່າຍວັນທີ 4 ມີນາ, ທ່ານພົນໂທ ຫງວຽນເຕິນເກືອງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ມີການພົບປະສອງຝ່າຍກັບທ່ານພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ແລະ ທ່ານພົນເອກ Tea Seiha ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ກຳປູເຈຍ.

ທີ່ການພົບປະກັບທ່ານພົນເອກ ຈັນສະໝອນ ຈັນຍາລາດ, ທ່ານພົນໂທ ຫງວຽນເຕິນເກືອງ ຢັ້ງຢືນວ່າ ກະຊວງປ້ອງກັນປະເທດ ຫວຽດນາມ ຍາມໃດກໍ່ສະໜັບສະໜູນ ແລະ ພ້ອມແລ້ວທີ່ຈະໜູນຊ່ວຍກະຊວງປ້ອງກັນປະເທດ ລາວໃນການຈັດຕັ້ງສຳເລັດບັນດາເຫດການ ທາງການທະຫານ - ປ້ອງກັນຊາດ ໃນຂອບເຂດ ອາຊຽນ 2024. ສອງຝ່າຍໄດ້ແລກປ່ຽນກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງ, ພິເສດແມ່ນບັນດາເນື້ອໃນ: ວຽກງານການເມືອງ, ການຄຸ້ມຄອງ, ປົກປ້ອງຊາຍແດນ, ບຳລຸງສ້າງ, ຝືກອົບຮົບພະນັກງານ ແລະ ວຽກງານຜູ້ຊ່ຽວຊານ, ອຸດສາຫະກຳປ້ອງກັນຊາດ.

ທີ່ການພົບປະກັບທ່ານພົຍເອກ  Tea Seiha, ທ່ານພົນໂທ ຫງວຽນເຕິນເກືອງ ຖືວ່າ ກອງທັບສອງປະເທດຕ້ອງສືບຕໍ່ມູນເຊື້ອຮ່ວມມື, ສາມັກຄີ, ສະໜິດຕິດພັນ, ແມ່ນເສົາຄ້ຳສຳຄັນຂອງການພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານ ລະຫວ່າງ ຫວຽດນາມ - ກຳປູເຈຍ.

ຕອບກັບ