ອາເມລິກາດັບສູນຫົວໜ້າຂັ້ນສູງຂອງ IS ຕື່ມອີກຄົນໜຶ່ງ

Chia sẻ
​(vovworld) – ບັນດາ​ກຳລັງ​ຮັບ​ໜ້າ​ທີ່ພິ​ເສດ​ອາ​ເມ​ລິ​ກາ ​ໄດ້​ດັບ​ສູນ Abu Sayyaf, ​ເຊິ່ງ​ເປັນ​ຫົວໜ້າ​ຂັ້ນ​ສູງ​ຄົນ​ໜຶ່ງຂອງກຸ່ມ​ລັດ​ອິດສລາມ (IS) ອ້າງ​ຊີື່ເອງ ​ແລະ ຈັບ​ຕົວ​ເມຍ​ຂອງ​ຜູ້​ນີ້​ຢູ່​ທາງ​ທິດຕາ​ເວັນ​ອອກ​ຊີຣີ.
ອາເມລິກາດັບສູນຫົວໜ້າຂັ້ນສູງຂອງ IS ຕື່ມອີກຄົນໜຶ່ງ - ảnh 1
ກຳລັງ​​ຮັບ​ໜ້າ​ທີ່ພິ​ເສດ​ອາ​ເມ​ລິ​ກາ ​ໄດ້​ກັບ​ສູນ Abu Sayyaf
(ພາບ: AP)


​(vovworld) – ບັນດາ​ກຳລັງ​ຮັບ​ໜ້າ​ທີ່ພິ​ເສດ​ອາ​ເມ​ລິ​ກາ ​ໄດ້​ດັບ​ສູນ Abu Sayyaf, ​ເຊິ່ງ​ເປັນ​ຫົວໜ້າ​ຂັ້ນ​ສູງ​ຄົນ​ໜຶ່ງຂອງກຸ່ມ​ລັດ​ອິດສລາມ (IS) ອ້າງ​ຊີື່ເອງ ​ແລະ ຈັບ​ຕົວ​ເມຍ​ຂອງ​ຜູ້​ນີ້​ຢູ່​ທາງ​ທິດຕາ​ເວັນ​ອອກ​ຊີຣີ. ຄຳຖະ​ແຫຼ​ງດັ່ງກ່າວ​ຂອງ​ທຳນຽບຂາວ ​ໃນ​ວັນ​ທີ 16/05 ຊີ້​ແຈ້ງວ່າ, ຕາມ​ຄຳ​ສັ່ງ​ຂອງ​ທ່ານ​ປະ​ທາ​ນາ​ທິບໍດ​ີ Barack Obama, ບັນດາ​ກຳລັງຮັບ​ໜ້າ​ທີ່ພິ​ເສດ​ອາ​ເມລິ​ກາ ຢູ່​ອີຣັກ ​ໄດ້​ຊອກຫາ​ວິທີ​ຈັບ​ຕົວ Abu Sayyaf, ​ເຊິ່ງ​ແມ່ນຜູ້​ບໍລິຫານ​ໂດຍກົງ​ບັນດາ​ບັ້ບຮົບດ້ານການ​ທະຫານ ​ແລະ ຂ້າ​ຂາຍ​ນ້ຳມັນ​ໃຫ້​ກຸ່ມກໍ່​ການ​ຮ້າຍ IS. ​ແຕ່​ວ່າ​​ບັກ​ຖືກ​ດັບ​ສູນ​ເມື່ອ​ປະ​ທະ​ກັນ​ກັບ​ບັນດາ​ກຳລັງ​ຂອງ​ອາ​ເມ​ລິ​ກາ ​ແລະ ​ເມ​ຍຂອງ Abu Sayyaf ກໍ່​ຖືກ​ຈັບ​ຕົວ. ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ຊ່ອງ​ໂທລະພາບ​ທາງ​ການ​ຂອງ​ຊີຣີ ​​ໄດ້​ໃຫ້​ຂ່າວ​ວ່າ, ​ໃນ​ບັ້ນ​ຮົບ​ການ​ທະຫານ​ຢູ່ແຂວງ Deir A; Zour, ບັນດາ​ກຳລັງ​ຂອງ​ລັດຖະບານ​ໄດ້​ດັບ​ສູນ​ທະຫານ​ກະບົດ IS 40 ຄົນ, ​ໃນ​ນັ້ນ​ມີ​ຜູ້​ບັນຊາ​ການຮັບຜິດຊອບ​ການ​ຂາຍ​ນ້ຳມັນ​ຄົນ​ໜຶ່ງ.