ອາເມລິກາ ແລະ ສ.ເກົາຫຼີ ປຶກສາຫາລືກ່ຽວກັບບັນດາບາດກ້າວເດີນຕໍ່ໄປ ສໍາລັບ ສປປ.ເກົາຫຼີ

Chia sẻ
(VOVWORLD) -ທ່ານຢາກຮັກສາການພົວພັນອັນດີງາມກັບການນໍາ Kim Jong –un ຍ້ອນວ່າປະຊາຊົນ ສປປ.ເກົາຫຼີໄດ້ປະເຊີນໜ້າກັບຄວາມເຈັບປວດມາຫຼາຍແລ້ວ

ວັນທີ 29 ມີນາ, ບັນດານັກການທູດແຖວໜ້າຂອງ ອາເມລິກາ ແລະ ສ.ເກົາຫຼີ ໄດ້ຈັດກອງປະຊຸມຢູ່ນະຄອນຫຼວງ ວໍຊິງຕັນ ຂອງ ອາເມລິກາ ເພື່ອປຶກສາຫາລືກ່ຽວກັບບັນດາບາດກ້າວເດີນ ທາງການທູດ ສໍາລັບ ຕໍ່ໄປ ກັບ ສປປ.ເກົາຫຼີ. ຄາດວ່່າ, ໃນກອງປະຊຸມນີ້, ສອງຝ່າຍຈະຕີລາຄາກ່ຽວກັບສະພາບການໃນປັດຈຸບັນ, ກໍຄື ປຶກສາຫາລືກ່ຽວກັບບັນດາມາດຕະການ ຊ່ວຍຟື້ນຟູວິວັດການເຈລະຈາກັບ ສປປ.ເກົາຫຼີ.

        ແລະກໍໃນວັນດຽວກັນ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຖະແຫຼງວ່າ ຈະບໍ່ຈັດວາງບັນດາມາດຕະການລົງໂທດເພີ່ມເຕີມສໍາລັບ ສປປ.ເກົາຫຼີ ເພາະວ່າ ທ່ານຢາກຮັກສາການພົວພັນອັນດີງາມກັບການນໍາ Kim Jong –un ຍ້ອນວ່າປະຊາຊົນ ສປປ.ເກົາຫຼີໄດ້ປະເຊີນໜ້າກັບຄວາມເຈັບປວດມາຫຼາຍແລ້ວ “ແຕ່ບໍ່ໝາຍຄວາມວ່າ ໃນອະນາຄົດຂ້າພະເຈົ້າຈະບໍ່ຈັດວາງມາດຕະການລົງໂທດເພີ່່ມເຕີມ”. ທ່ານ Donald Trump ຢັ້ງຢືນວ່າ ທ່ານມີການພົວພັນອັນດີງາມກັບ ການນໍາ ສປປ.ເກົາຫຼີ Kim Jong –un. ທ່ານກ່າວວ່າ: “ຂ້າພະເຈົ້າຄິດວ່າ ເລື່ອງຮັກສາການພົວພັນອັນດີງາມໄວ້ໄດ້ດົນທີ່ສຸດນັ້ນ ແມ່ນມີຄວາມສໍາຄັນທີ່ສຸດ”.


ຕອບກັບ