ສ​ປ​ຊ ເລີ່ມ​ຕົ້ນ​ການ​ເຈ​ລະ​ຈາ​ຮອບ​ໃໝ່​ກ່ຽວ​ກັບ​ອາບ​ກາ​ນິດ​ສະ​ຖານ ຢູ່ Doha

Chia sẻ
(VOVWORLD) - ວັນທີ 30 ມິຖຸນາ, ຄະນະຜູ້ຕາງໜ້າອຳນາດການປົກຄອງ ຕາລີບານ ຢູ່ ອາບການິດສະຖານ ໄດ້ເລີ່ມຕົ້ນການເຈລະຈາກັບບັນດາເຈົ້າໜ້າທີ່ສປຊ, ໃນສະພາບການ ຕາລີບານ ເຂົ້າຮ່ວມການເຈລະຈາຢູ່ນະຄອນຫຼວງ Doha ປະເທດກາຕາ ພ້ອມກັບບັນດາທູດພິເສດຢູ່ ອາບການິດສະຖານເປັນຄັ້ງທຳອິດ.

ສ​ປ​ຊ ເລີ່ມ​ຕົ້ນ​ການ​ເຈ​ລະ​ຈາ​ຮອບ​ໃໝ່​ກ່ຽວ​ກັບ​ອາບ​ກາ​ນິດ​ສະ​ຖານ ຢູ່ Doha - ảnh 1ທ່ານໂຄສົກອຳນາດການປົກຄອງ ຕາລີບານ Zabihullah Mujahid (ພາບ: THX/TTXVN)

ນີ້ແມ່ນຮອບເຈລະຈາທີ 3 ທີ່ໄດ້ດຳເນີນຢູ່ກາຕາ ໃນໄລຍະເວລາພຽງ 1ປີກ່ວາ, ແຕ່ແມ່ນຮອບເຈລະຈາຄັ້ງທຳອິດທີ່ມີການເຂົ້າຮ່ວມຂອງອຳນາດການປົກຄອງ ຕາລີລານ ເຊິ່ງແມ່ນກຳລັງກຳອຳນາດຢູ່ ອາບການິດສະຖານນັບແຕ່ປີ 2021. ໃນຮອບເຈລະຈາທີ່ແກ່ຍາວເປັນເວລາ 2 ວັນ, ບັນດາເຈົ້າໜ້າທີ່ ສປຊ ແລະ ທູດພິເສດກ່ວາ 20 ທ່ານ ໃນນັ້ນມີຜູ້ຕາງໜ້າພິເສດຂອງ ອາເມລິກາ ປະຈຳ ອາບການິດສະຖານ ຄາດວ່າຈະພົບປະກັບຄະນະຜູ້ຕາງໜ້າອຳນາດການປົກຄອງ ຕາລີບານໂດຍທ່ານໂຄສົກ Zabihullah Mujahid ນຳໜ້າ. ຮອບເຈລະຈາຢູ່ Doha ຄາດວ່າຈະປຶກສາຫາລືກ່ຽວກັບການເພີ່ມທະວີການຮ່ວມມືກັບ ອາບການິດສະຖານ ແລະ ມີປະຕິກິລິຍາທີ່ມີລັກສະນະປະສານສົມທົບສູງກ່ວາກັບປະເທດນີ້ ເຊິ່ງລວມມີບັນດາບັນຫາເສດຖະກິດ ແລະ ຄວາມມານະພະຍາຍາມຕ້ານຢາເສບຕິດ.

ຕອບກັບ