ຮຸງ​ກາ​ຣີ ຮຽກ​ຮ້ອງ ຢູ​ແກຼນ ​ຊັ່ງ​ຊາຕໍ່ການ​ຢຸດ​ຍິງ​ໂດຍ​ໄວ

Chia sẻ
(VOVWORLD) - ທ່ານນາຍົກລັດຖະມົນຕີ ຮຸງກາຣີ ຖະແຫລງຢາກປັບປຸງການພົວພັນກັບ ຢູແກຼນ ແລະ ລົງນາມໃນຂໍ້ຕົກລົງຮ່ວມມືສອງຝ່າຍຢ່າງເລິກເຊິ່ງກວ້າງຂວາງ ກໍ່ຄືພ້ອມແລ້ວເຂົ້າຮ່ວມວິວັດທະນາການຫັນພື້ນຖານເສດຖະກິດຂອງ ຢູແກຼນ ເປັນທັນສະໄຫມ. 
ຮຸງ​ກາ​ຣີ ຮຽກ​ຮ້ອງ ຢູ​ແກຼນ ​ຊັ່ງ​ຊາຕໍ່ການ​ຢຸດ​ຍິງ​ໂດຍ​ໄວ - ảnh 1ນັກຮົບ ຢູແກຼນ (ພາບ: AFP/TTXVN)

ໃນການເດີນທາງຢ້ຽມຢາມ ນະຄອນຫລວງ ກິແອັບ ຂອງຢູແກຼນ ເມື່ອວັນທີ 2 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຮຸ່ງກາຣີ Viktor Orban ໃຫ້ຮູ້ວ່າ: ຮຸງກາຣີ ຖືເປັນສຳຄັນຂໍ້ລິເລີ່ມສັນຕິພາບຂອງ ຢູແກຼນ ແລະ ສະເຫນີໃຫ້ທ່ານປະນາທາທິບໍດີ ຢູແກຼນ Volodymyr Zelensky ພິຈາລະນາຊຸກຍູ້ຄຳສັ່ງຢຸດຍິງໂດຍໄວເພື່ອອາດສາມາດຍູ້ໄວການເຈລະຈາສັນຕິພາບ.

ກ່າວຄຳເຫັນທີ່ກອງປະຊຸມຖະແຫລງຂ່າວຮ່ວມພາຍຫລັງການພົບປະຢູ່ ນະຄອນຫລວງ ກິແອັບ, ທ່ານນາຍົກລັດຖະມົນຕີ ຮຸງກາຣີ ຖະແຫລງຢາກປັບປຸງການພົວພັນກັບ ຢູແກຼນ ແລະ ລົງນາມໃນຂໍ້ຕົກລົງຮ່ວມມືສອງຝ່າຍຢ່າງເລິກເຊິ່ງກວ້າງຂວາງ ກໍ່ຄືພ້ອມແລ້ວເຂົ້າຮ່ວມວິວັດທະນາການຫັນພື້ນຖານເສດຖະກິດຂອງ ຢູແກຼນ ເປັນທັນສະໄຫມ. ສ່ວນ ທ່ານ ປະທານາທິບໍດີ ຢູແກຼນ ໃຫ້ຮູ້ວ່າ: ການປຶກສາຫາລື ລະຫວ່າງທ່ານ ແລະ ທ່ານນາຍົກລັດຖະມົນຕີ Orban ອາດຈະເປັນພື້ນຖານໃຫ້ແກ່ຂໍ້ຕົກລົງໃນອະນາຄົດລະຫວ່າງສອງປະເທດ. ທ່ານ Zelensky ຊີ້ແຈ້ງ ວິໄສທັດຂອງຕົນກ່ຽວກັບວິທີການຢຸດຕິການປະທະກັນຢູ່ຢູແກຼນ ແລະ ປາດຖະຫນາຈະຈັດຕັ້ງກອງປະຊຸມສຸດຍອດສາກົນຄັ້ງທີ 2 ກ່ຽວກັບບັນຫານີ້ໃນທ້າຍປີນີ້ ພາຍຫລັງກອງປະຊຸມຄັ້ງທຳອິດໃນກາງເດືອນມິຖຸນາ ຜ່ານມາ ຢູ່ ສະວິດ. ເນື່ອງໃນໂອກາດນີ້ ທ່ານ Zelensky ກໍ່ຮຽກຮ້ອງ ເອີລົບ ຮັກສາການຊ່ວຍເຫລືອດ້ານການທະຫານໃຫ້ແກ່ ຢູແກຼນ.

ຕອບກັບ