ອາ​ເມ​ລິ​ກາ, ເອີ​ຣົບ ແລະ NATO ສົມ​ທົບກັ​ນ​ປະ​ເຊີນ​ໜ້າ​ກັບ ຈີນ

Chia sẻ
(VOVWORLD) -ປັດຈຸບັນ, ອາເມລິກາ ແລະ ບັນດາປະເທດເອີຣົບ ພວມສົບທົບກັນປະເຊີນໜ້າກັບບັນດາການປະພຶດຂອງ ຈີນ ທີ່ກ່ຽວຂ້ອງເຖິງບັນຫາ ຊິນຈຽງ.
ອາ​ເມ​ລິ​ກາ, ເອີ​ຣົບ ແລະ NATO ສົມ​ທົບກັ​ນ​ປະ​ເຊີນ​ໜ້າ​ກັບ ຈີນ - ảnh 1(ພາບ: AFP)

ວັນທີ 24 ມີນາ, ກ່າວຄຳເຫັນພາຍຫຼັງການພົບປະກັບລັດຖະມົນຕີການຕ່າງປະເທດຂອງບັນດາປະເທດໃນກຸ່ມ NATO ຢູ່ ແບນຊິກ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ໃຫ້ຮູ້ວ່າ ທ່ານຢາກສົມທົບກັບບັນດາຄູ່ຮ່ວມມືຂອງ ອາເມລິກາ ເພື່ອແນໃສ່ຊຸກຍູ້ບັນດາຜົນປະໂຫຍດເສດຖະກິດລວມ ແລະ ປະເຊີນໜ້າກັບບາງການກະທຳຂອງ ຈີນ ເພື່ອຈຸດປະສົງ ບັງຄັບປະເທດນີ້ ຕ້ອງປະຕິບັດບັນດາຄຳໝັ້ນສັນຍາສາກົນຂອງຕົນ. ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ ກໍຕັກເຕືອນກ່ຽວກັບບັນດາຄວາມມານະພະຍາຍາມຂອງ ຈີນ ທີ່ແນໃສ່ນາບຂູ່ສິດເສລີໃນການເດີນເຮືອ ແລະ ການຫັນເປັນການທະຫານຢູ່ທະເລຕາເວນອອກ ແລະ ເລັ່ງໃສ່ບັນດາປະເທດໃນພາກພື້ນ ອາຊີ - ປາຊີຟິກ ກໍຄືການເພີ່ມບັນດາຄວາມສາມາດດ້ານການທະຫານ.

        ໃນຂະນະນັ້ນ, ທ່ານເລຂາທິການໃຫຍ່ NATO Jens Stoltenberg ຖືວ່າ ຈີນ ພວມມີການລົງທຶນຫຼາຍຢ່າງເຂົ້າໃນດ້ານອຸປະກອນການທະຫານ ລວມທັງລູກສອນໄຟນິວເຄຼຍ. ພ້ອມກັນນັ້ນ, ທ່ານກໍຕຳໜິຕິຕຽນປະເທດ ຈີນ ໃນບັນຫາ ຮົ່ງກົງ ແລະ ຊິນຈຽງ ກໍຄືຄວາມມານະພະຍາຍາມຂອງປະເທດນີ້ ແນໃສ່ກີດຂວາງການສ້າງຄວາມເປັນລະບຽບຮຽບຮ້ອຍສາກົນໂດຍອີງຕາມຂໍ້ກຳນົດກົດໝາຍ.

ຟ້າມຮວັນ - ນັກຂ່າວ VOV ປະຈຳ ອາເມລິກາ


 

ຕອບກັບ