ອາ​ເມ​ລິ​ກາ ຮຽກ​ຮ້ອງ ໃຫ້ ຈີນ ເຂົ້າ​ຮ່ວມ​ຂໍ້​ລິ​ເລີ່ມຕໍ່​ກຳ​ນົດ​ເວ​ລາ​ຊຳ​ລະ​ໜີ້​ສິນໃຫ​້​ແກ່​ບັນ​ດາ​ປະ​ເທດ​ທຸກ​ຍາກ​ຂອງ G20

Chia sẻ
(VOVWORLD) -    ວັນທີ 06 ກໍລະກົດ, ອາເມລິກາ ຮຽກຮ້ອງໃຫ້ ຈີນ ແລະ ພາກສ່ວນເອກະຊົນເພີ່ມທະວີການເຂົ້າຮ່ວມຂໍ້ລິເລີ່ມເລື່ອນການຊຳລະໜີ້ສິນ (DSSI) ຂອງກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍພົ້ນເດັ່ນແຖວໜ້າໂລກ (G20) ໃຫ້ບັນດາປະເທດທີ່ມີລາຍຮັບຕ່ຳ ແລະ ຖືກຜົນກະທົບຈາກໂລກລະບາດໂຄວິດ - 19.
ອາ​ເມ​ລິ​ກາ ຮຽກ​ຮ້ອງ ໃຫ້ ຈີນ ເຂົ້າ​ຮ່ວມ​ຂໍ້​ລິ​ເລີ່ມຕໍ່​ກຳ​ນົດ​ເວ​ລາ​ຊຳ​ລະ​ໜີ້​ສິນໃຫ​້​ແກ່​ບັນ​ດາ​ປະ​ເທດ​ທຸກ​ຍາກ​ຂອງ G20 - ảnh 1 (ພາບປະກອບ: tribune.com.pk) 

  ເຈົ້າໜ້າທີ່ຂັ້ນສູງທ່ານໜຶ່ງຂອງກະຊວງການເງິນ ອາເມລິກາ ໃຫ້ຮູ້ວ່າ ວໍຊິງຕັນ ພ້ອມແລ້ວທີ່ຈະເປີດກວ້າງກົນໄກລວມກ່ຽວກັບການແກ້ໄຂບັນຫາໜີ້ສິນ ເພື່ອອຳນວຍຄວາມສະດວກໃຫ້ແກ່ບັນດາປະເທດເກາະນ້ອຍ, ບັນດາປະເທດທີ່ມີຄວາມສ່ຽງສູງກວ່າໝູ່ ແລະ ບັນດາປະເທດທີ່ມີລາຍຮັບຕ່ຳ ແຕ່ພວມມີໜີ້ສິນສາທາລະນະຫຼາຍ ໄດ້ເຂົ້າຮ່ວມກົນໄກດັ່ງກ່າວ. ບັນດາເຈົ້າໜ້າທີ່ດ້ານການເງິນ G20 ຈະພິຈາລະນາຄວາມຄືບໜ້າກ່ຽວກັບບັນຫາໜີ້ສິນໃນກອງປະຊຸມ ເຊິ່ງຄາດວ່າຈະດຳເນີນໃນວັນທີ 9 – 10 ກໍລະກົດ ອີຕາລີ.

        ເຈົ້າໜ້າທີ່ກະຊວງການເງິນ ອາເມລິກາ ໃຫ້ຮູ້ວ່າ ປະເທດນີ້ຈະຊຸກຍູ້ບັນດາປະເທດ G20 ສືບຕໍ່ສະໜອງບັນດາມາດຕະການກະຕຸກຊຸກຍູ້ປີການເງິນ ເພື່ອໜູນຊ່ວຍແກ່ການຟື້ນຟູທົ່ວໂລກ ແລະ ປະຕິບັດບັນດາບ້ວງເງິນລົງທຶນທີ່ມີລັກສະນະຫັນປ່ຽນ ເພື່ອແກ້ໄຂບັນຫາການປ່ຽນແປງຂອງດິນຟ້າອາກາດ ແລະ ຄວາມສະເໝີພາບກ່ຽວກັບລາຍຮັບ.

        ຕາມທະນາຄານໂລກ ແລ້ວ, ເຈົ້າໜີ້ຂອງກຸ່ມປະເທດດ້ອຍພັດທະນາທີ່ສຸດໃນໂລກ ສ່ວນຫຼາຍແມ່ນບັນດາປະເທດ G20, ໃນນັ້ນ ຈີນ ແມ່ນເຈົ້າໜີ້ໃຫຍ່ສຸດ.

 

 

 

ຕອບກັບ